ປະທານປະເທດຫວຽດນາມພົບປະກັບບັນດາວິສາຫະກິດລົງທຶນເຂົ້າຕະຫຼາດລັດເຊຍ
ທ່ານ ປະທານປະເທດ ເຈືອງເຕິນຊາງ ພົບປະກັບບັນດາ
ວິສາຫະກິດລົງທຶນເຂົ້າຕະຫຼາດລັດເຊຍ
(ພາບ: voh.com.vn)
(vovworld) – ຕອນບ່າຍວັນທີ 24/5, ຢູ່ ນະຄອນ ໂຮ່ຈິມິນ, ທ່ານປະທານປະເທດຫວຽດນາມ ເຈືອງເຕິນຊາງ ໄດ້ມີການເຮັດວຽກກັບບັນດາວິສາຫະກິດໃນບໍລິເວນນະຄອນ, ປຶກສາຫາລື ກ່ຽວກັບບັນຫາການລົງທຶນເຂົ້າໃນຕະຫຼາດ ລັດເຊຍ, ພິເສດແມ່ນ ມົດສະກູ. ທີ່ການພົບປະ, ທ່ານປະທານປະເທດຫວຽດນາມ ເຈືອງເຕິນ ຊາງ ໄດ້ຮັບຟັງບັນດາວິສາຫະກິດລາຍງານ ກ່ຽວກັບບັນດາກາລະໂອກາດ ແລະ ຄວາມສາມາດບົ່ມຊ້ອນໃນການລົງທຶນເຂົ້າສະຫະພັນ ລັດເຊຍ, ພິເສດແມ່ນນັບແຕ່ໝາກຜົນແຫ່ງການປະຕິບັດຖະແຫຼງລວມ ຫວຽດນາມ-ສະຫະພັນ ລັດເຊຍ ແລະ ທ່າອ່ຽງການພົວພັນຮ່ວມມືລະຫວ່າງ ຫວຽດນາມ-ລັດເຊຍ. ທ່ານປະທານປະເທດຫວຽດນາມ ເຈືອງເຕິນຊາງ ຖືວ່າ: ການແລກປ່ຽນດ້ານການຄ້າ, ການລົງທຶນ ລະຫວ່າງ 2 ປະເທດ ຈະຊອກຫາໄດ້ບັນດາວິທີການລົງທຶນເໝາະສົມ ແລະ ມີປະສິດທິຜົນທີ່ສຸດ. ທ່ານປະທານປະເທດຫວຽດນາມ ເຈືອງເຕິນຊາງ ເນັ້ນໜັກວ່າ:
ຂ້າພະເຈົ້າສະແດງຄວາມເຊື່ອໝັ້ນວ່າ: ດ້ວຍຄວາມຕັດສິນໃຈ ແລະ ຄວາມ ຂະຫຍັນຂັນເຄື່ອນຂອງພວກສະຫາຍ, ເຖິງວ່າໃນຂະນະທີ່ມະຫາພາກບໍທັນສຳເລັດ, FTA ບໍ່ທັນມີ, ແຕ່ພວກສະຫາຍໄດ້ຊອກຫາຢູ່ທຸກແຫ່ງແລ້ວ, ພວກເຮົາຕ້ອງເຄື່ອນໄຫວຄືແນວໃດໃຫ້ສະດວກ ແລະ ຕ້ອງປະຕິບັດຕາມມາດຕະຖານສາກົນ. ກ່ອນອື່ນໝົດແມ່ນຕ້ອງມີການສົມທົບກັນໃນການຈັດຕັ້ງງານຕະຫຼາດນັດສິນຄ້າ ຫວຽດນາມ ທີ່ມີຄຸນນະພາບສູງ.