ປະທານປະເທດເຂົ້າຮ່ວມພິທີສະເຫຼີມສະຫຼອງວັນ
ສ້າງຕັ້ງຄະນະພັກກຸ່ມບັນດາອົງການສູນກາງ
(vovworld) - ຕອນເຊົ້າວັນທີ 9/4, ຢູ່ ຮ່າໂນ້ຍ, ອົງຄະນະພັກກຸ່ມບັນດາອົງການຈັດຕັ້ງສູນກາງຈັດຕັ້ງພິທີສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງ (11/4/2007-11/4/2017) ແລະ ຕ້ອນຮັບຫຼຽນໄຊແຮງງານຊັ້ນໜຶ່ງ (ຄັ້ງທີສອງ).
ໃນ 10 ປີຜ່ານມາ, ພາຍໃຕ້ການຊີ້ນຳນຳພາໂດຍກົງ ແລະ ເປັນປະຈຳຂອງກົມການເມືອງ, ຄະນະເລຂາສູນກາງພັກ, ຄະນະພັກທຸກຂັ້ນ ແລະ ຖັນແຖວພະນັກງານ, ສະມາຊິກພັກຂອງອົງຄະນະພັກກຸ່ມບັນດາອົງການຈັດຕັ້ງສູນກາງ ໄດ້ມານະພະຍາຍາມສູ້ຊົນຜ່ານຜ່າຄວາມຫຍຸ້ງຍາກ, ການທ້າທາຍຫຼາຍຢ່າງ, ສ້າງການຫັນປ່ຽນທີ່ສຳຄັນ ແລະ ຮອບດ້ານພໍສົມຄວນໃນວຽກງານທຸກດ້ານ. ໃນໄລຍະຈະມາເຖິງອົງຄະນະພັກກຸ່ມບັນດາອົງການຈັດຕັ້ງສູນກາງສືບຕໍ່ຜັນຂະຫຍາຍວຽກງານກໍ່ສ້າງພັກທຸກດ້ານຢ່າງຮອບດ້ານ, ຄົບຊຸດ ແລະ ເລິກເຊິ່ງ, ຮັກສາຫຼັກການລວມສູນປະຊາທິປະໄຕ, ເສີມຂະຫຍາຍບົດບາດຊີ້ນຳນຳພາ, ເປັນແກ່ນສານດ້ານການເມືອງຂອງອົງການຈັດຕັ້ງພັກ. ທ່ານ ຫງວຽນກວາງເຢືອງ, ເລຂາຄະນະພັກກຸ່ມບັນດາອົງການຈັດຕັ້ງສູນກາງ, ໃຫ້ຮູ້ວ່າ:
“ສຸມໃສ່ຊີ້ນຳນຳພາພະນັກງານ, ສະມາຊິກພັກຈັດຕັ້ງການປະຕິບັດໜ້າທີ່ການເມືອງຂອງບັນດາອົງການ, ຫົວໜ່ວຍ. ເສີມຂະຫຍາຍຈິດໃຈຮັບຜິດຊອບໜ້າທີ່ ແລະ ລັກສະນະນຳໜ້າ, ເປັນແບບຢ່າງຂອງຖັນແຖວພະນັກງານ, ສະມາຊິກພັກ, ໂດຍສະເພາະແມ່ນເລຂາຄະນະພັກ, ຫົວໜ້າອົງການ, ຫົວໜ່ວຍ, ຍົກສູງຄຸນນະພາບໃນການເປັນເສນາທິການ, ສະເໜີບັນດາແຜນນະໂຍບາຍ, ນະໂຍບາຍທີ່ເໝາະສົມກັບຈິດໃຈປະຊາຊົນ“.
ກ່າວຄວາມເຫັນທີ່ພິທີ, ທ່ານປະທານປະເທດ ເຈິ່ນດ້າຍກວາງ ສະເໜີຄະນະພັກກຸ່ມບັນດາອົງການຈັດຕັ້ງສູນກາງທຸກຂັ້ນສືບຕໍ່ການປ່ຽນໃໝ່ແບບວິທີຊີ້ນຳນຳພາຢ່າງແຮງ, ຮັກສາ ແລະ ເສີມຂະຫຍາຍບົດບາດຊີ້ນຳນຳພາຂອງພັກໃນບັນດາອົງການ, ຫົວໜ່ວຍຢູ່ສູນກາງ. ພ້ອມກັບອົງຄະນະພັກກຸ່ມບັນດາອົງການຈັດຕັ້ງສູນກາງເປັນເຈົ້າການໃນການເປັນເສນາທິການ, ສະເໜີປັບປຸງການຈັດຕັ້ງກົງຈັກ, ຮັບປະກັນບົດບາດນຳພາຂອງພັກ. ທ່ານປະທານປະເທດ ເຈິ່ນດ້າຍກວາງ ຮຽກຮ້ອງວ່າ:
“ອົງຄະນະພັກກຸ່ມບັນດາອົງການຈັດຕັ້ງສູນກາງເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງຖັນແຖວພະນັກງານຂັ້ນກຳມະການ, ພະນັກງານການນຳ, ຄຸ້ມຄອງທຸກຂັ້ນ, ພິເສດແມ່ນຖັນແຖວພະນັກງານຂັ້ນຍຸດທະສາດ ທີ່ມີຄວາມສາມາດ, ຄຸນນະທາດ ແລະ ອິດທິພົນຊື່ສຽງເທົ່າທຽມກັບໜ້າທີ່. ຍົກສູງລັກສະນະນຳໜ້າ, ເປັນແບບຢ່າງຂອງພະນັກງານ, ສະມາຊິກພັກ, ພິເສດແມ່ນເລຂາຄະນະພັກ, ຫົວໜ້າອົງການ, ຫົວໜ່ວຍ. ກໍ່ສ້າງຖັນແຖງພະນັກງານ, ສະມາຊິກພັກໃນອົງຄະນະພັກກຸ່ມບັນດາອົງການຈັດຕັ້ງສູນກາງໃຫ້ມີຄວາມດຸໝັ່ນຂະຫຍັນພຽນ, ປະຢັດມັດທະຍັດ, ສັດຊື່ບໍລິສຸດ, ເຫັນແກ່ຜົນປະໂຫຍດສ່ວນລວມ, ຮັບໃຊ້ປະເທດຊາດ, ຮັບໃຊ້ປະຊາຊົນຢ່າງສຸດຈິດສຸດໃຈ“.
ເນື່ອງໃນໂອກາດນີ້, ທ່ານປະທານປະເທດໄດ້ປະດັບຫຼຽນໄຊແຮງງານຊັ້ນໜຶ່ງໃຫ້ ອົງຄະນະພັກກຸ່ມບັນດາອົງການຈັດຕັ້ງສູນກາງ ຍ້ອນມີບັນດາຜົນງານດີເດັ່ນໃນວຽກງານ, ປະກອບສ່ວນເຂົ້າໃນພາລະກິດກໍ່ສ້າງລັດທິສັງຄົມນິຍົມ ແລະ ປົກປັກຮັກສາປະເທດຊາດ.