ປະທານປະເທດເຈີ່ນດ້າຍກວາງ ເຮັດວຽກກັບການນຳແຂວງແທງຮ໋ວາ
ປະທານປະເທດເຈີ່ນດ້າຍກວາງ ເຮັດວຽກກັບການນຳແຂວງແທງຮ໋ວາ
(ພາບ: TTXVN )
|
(vovworld) - ວັນທີ 20/2, ໂດຍສືບຕໍ່ການປະຕິບັດງານຢູ່ແຂວງ ແທງຮ໋ວາ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ເຮັດວຽກກັບການນຳແຂວງ ແທງຮ໋ວາ ກ່ຽວກັບສະພາບການເສດຖະກິດ - ສັງຄົມ, ປ້ອງກັນຊາດ - ປ້ອງກັນຄວາມຫງົບ, ວຽກງານກໍ່ສ້າງພັກ. ທ່ານປະທານປະເທດ ເຈີ່ນດ້າຍກວາງ ສະເໜີໃຫ້ແຂວງ ແທງຮ໋ວາ ຂຸດຄົ້ນຄວາມສາມາດບົ່ມຊ້ອນ, ທ່າແຮງໃຫ້ດີກ່ວາອີກ, ລະດົມ ແລະ ນຳໃຊ້ບັນດາແຫຼ່ງກຳລັງພາຍໃນ ແລະ ນອກແຂວງຢ່າງມີປະສິດທິຜົນເພື່ອພັດທະນາເສດຖະກິດໄວ, ຮອບດ້ານ, ໝັ້ນຄົງຍາວນານ. ທ່ານປະທານປະເທດ ເຈີ່ນດ້າຍກວາງ ເນັ້ນໜັກວ່າ ແຂວງ ແທງຮ໋ວາ ຕ້ອງເອົາໃຈໃສ່ແກ້ໄຂຄວາມຫຍຸ້ງຍາກ, ສິ່ງຄົງຄ້າງ, ສ້າງເງື່ອນໄຂໃຫ້ບັນດາວິສາຫະກິດຍູ້ແຮງການຜະລິດດຳເນີນທຸລະກິດຢ່າງທັນການ, ບຸລິມະສິດແຫຼ່ງກຳລັງເພື່ອສຸມໃສ່ພັດທະນາເຂດເສດຖະກິດ ງີເຊີນ ກາຍເປັນເຂດເສດຖະກິດຈຸດສຸມຂອງທົ່ວປະເທດ.