ປະທານປະເທດເຈີ່ນດ້າຍກວາງຕ້ອນຮັບຄະນະຜູ້ແທນວິສາຫະກິດຕ່າງປະເທດ

ປະທານປະເທດເຈີ່ນດ້າຍກວາງຕ້ອນຮັບຄະນະຜູ້ແທນວິສາຫະກິດຕ່າງປະເທດ - ảnh 1
ປະທານປະເທດເຈີ່ນດ້າຍກວາງຕ້ອນຮັບຄະນະຜູ້ແທນວິສາຫະກິດຕ່າງປະເທດ

(vovworld) – ຕອນ​ບ່າຍ​ວັນ​ທີ 18/5, ຢູ່​ສຳນັກງານ​ປະ​ທານ​ປະ​ເທດ, ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ​ໄດ້​ຕ້ອນຮັບຄະນະ​ຜູ້​ແທນ​ວິ​ສາ​ຫະກິດ​ບັນດາ​ປະ​ເທດ: ​ແອ​ັດສະ​ປາຍ, ກາ​ນາ​ດາ, ສິງ​ກະ​ໂປ, ມາ​ເລ​ເຊຍ, ບຣູ​​ໄນ… ​ໂດຍ​ເຈົ້າ​ຊາຍ ບຣູ​ໄນ Pengiran Muda Abdul Qawi ນຳ​ໜ້າ, ພວມຢ້ຽມຢາມ ​ແລ​ະ ​ຊອກ​ຫາ​ກາລະ​​ໂອກາດ​ດຳ​ເນີນ​ທຸລະ​ກິດ​ຢູ່​ແຂວງ ​ແທງ​ຮ໋ວາ ​ເວົ້າ​ສະ​ເພາະ ​ແລະ ຢູ່ ຫວຽດນາມ ​ເວົ້າລວມ. ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ຢັ້ງຢືນ​ວ່າ:​ໃນທ່າ​ອ່ຽງ​ເຊື່ອມ​ໂຍງ, ຫວຽດນາມ ປາດ​ຖະໜາ​ຢາກ​ມີ​ການ​ຮ່ວມ​ມື​ກັບ​ທຸກໆ​ປະ​ເທດ​ໃນ​ໂລກ ​ແລະ ຈະ​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ບັນດາ​ວິ​ສາ​ຫະກິດ ບຣູ​ໄນ, ກໍ່​ຄື​ບັນດາ​ນັກ​ ລົງທຶນ​ສາກົນ​ທີ່​ເຂົ້າ​ມາລົງທຶນ​ຢູ່ ຫວຽດນາມ ​ໃນ​ບັນດາ​ຂົງ​ເຂດ​ຄື​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ເຂດ​ເສດຖະກິດ​ ​ແລະ ບັນດາ​ເຂດ​ອຸດສາຫະກຳ, ​​ໂຮງ​ແຮມ ​ແລະ ການທ່ອງ​ທ່ຽວ.  ທ່ານ​ປະທານ​ປະ​ເທດ ສະ​ເໜີ​ໃຫ້​ບັນດາ​ນັກ​ລົງທຶນ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກັບ​ບັນດາ​ທ້ອງ​ຖິ່ນ ​ແລະ ບັນດາ​ກະຊວງ, ຂະ​ແໜງ​ການ​ກ່ຽວຂ້ອງ​ຂອງ ຫວຽດນາມ ກໍ່​ຄື​ບັນດາ​ອົງການ​ຕາງ​ໜ້າ​ຂອງ​ປະ​ເທດ​ຕ່າງໆ​ທີ່​ປະຈຳຢູ່ຫວຽດນາມ ​ເພື່ອ​ແນ​ໃສ່​ແກ້​ໄຂບັນດາ​ຂໍ້​ຂ້ອງ​ໃຈ, ຄວາມ​ຫຍຸ້ງຍາກ​ໃນ​ວິວັດ​ການ​ຊອກ​ຮູ້​ການ​ລົງທຶນ​ຢູ່ ຫວຽດນາມ ​ໄດ້​ສະດວກ​ກ່ວາ.


ຂ່າວ/ບົດ​ອື່ນ