ປະທານປະເທດເຈີນດ້າຍກວາງຕ້ອນຮັບປະທານກຸ່ມບໍລິສັດ General Electric ຂອງອາເມລິກາ

ປະທານປະເທດເຈີນດ້າຍກວາງຕ້ອນຮັບປະທານກຸ່ມບໍລິສັດ General Electric ຂອງອາເມລິກາ - ảnh 1
(ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ 
​ຕ້ອນ​ຮັບ​ທ່ານ​ປະ​ທານ​ກຸ່ມ​ບໍ​ລິ​ສັດ General Electric)

(vovworld) - ​ຕອນ​ບ່າຍ​ວັນ​ທີ 14/04, ຢູ່​ສຳ​ນັກ​ງານ​ປະ​ທານ​ປະ​ເທດ, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ​ປະ​ທານ​ກຸ່ມ​ບໍ​ລິ​ສັດ General Electric (GE) ອາ​ເມ​ລິ​ກາ Jeffey Immelt ທີ່​ພວມ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ຫວຽດ​ນາມ. ທີ່​ການ​ຕ້ອນ​ຮັບ, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ​ໄດ້ເນັ້ນ​ໜັກ​ເຖິງ​ນະ​ໂຍ​ບາຍ ແລະ ແຜນ​ນະ​ໂຍ​ບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ຫວຽດ​ນາມ ແມ່ນ​ເປັນ​ເຈົ້າ​ການ​ເຊື່ອມ​ໂຍງ​ເຂ​ົ້າ​ກັບ​ສາ​ກົນ​ຢ່າງ​ເລິກ​ເຊິ່ງ, ກວ້າງ​ຂວາງ, ເຂົ້າ​ຮ່ວມ​ບັນ​ດາ​ສຳ​ພັນ​ທະ​ມິ​ດ​ເສດ​ຖະ​ກິດ​ສາ​ກົນ​ຢ່າງ​ເລິກ​ເຊິ່ງ. ທ່ານ​ປະ​ທານ​ປະ​ເທດ ສະ​ເໜີ​ໃຫ້ GE ພ້ອມ​ກັບ​ບັນ​ດາ​ວິ​ສາ​ຫະ​ກິດ​ອາ​ເມ​ລິ​ກາ ສືບ​ຕໍ່​ເອົາ​ໃຈ​ໃສ່​ເຖິງ​ຕະ​ຫຼາດ​ຫວຽດ​ນາມ ແລະ ຊຸກ​ຍູ້​ລັດ​ຖະ​ບານ​ອາ​ເມ​ລິ​ກາ ເພີ່ມ​ທະ​ວ​ີ​ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ, ການ​ຄ້າ​ທີ່​ຕ່າງ​ຝ່າຍ​ຕ​່າງ​ມີ​ຜົນ​ປະ​ໂຫຍດ​ກັບ​ຫວຽດ​ນາມ, ປະ​ກອບ​ສ່ວນ​ຍູ້​ແຮງ​ການ​ພົວ​ພັນ​ລວມ​ລະ​ຫວ່າງ 2 ປະ​ເທດ.

        ສ່ວນ​ທ່ານ Jeffey Immelt ໃຫ້​ຮູ້​ວ່າ, GE ປາດ​ຖະ​ໜາ​ຢາກ​ຮ່ວມ​ມື​ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ຫວຽດ​ນາມ ໃນ​ບັນ​ດາ​ຂົງ​ເຂດ​ໜູນ​ຊ່ວຍ​ທຶນ, ລົງ​ທຶນ​ເຂົ້າ​ຂົງ​ເຂດ​ເຕັກ​ໂນ​ໂລ​ຊີ​ສູງ ແລະ ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ.

ຕອບກັບ

ຂ່າວ/ບົດ​ອື່ນ