ທ່ານປະທານທັງເປັນຜູ້ອຳນວຍການຝ່າຍບໍລິຫານກຸ່ມບໍລິສັດ Sembcorp
Tang Kin Fei ແລະ ທ່ານປະທານປະເທດເຈີ່ນດ້າຍກວາງ
(vovworld) – ໃນຂອບເຂດການຢ້ຽມຢາມທາງລັດຖະກິດ ສິງກະໂປ, ຕອນບ່າຍວັນທີ 29/8, ທ່ານປະທານປະເທດເຈີ່ນດ້າຍກວາງ ໄດ້ໃຫ້ການຕ້ອນຮັບທ່ານ Tang Kin Fei, ປະທານທັງເປັນຜູ້ອຳນວຍການຝ່າຍບໍລິຫານກຸ່ມບໍລິສັດ Sembcorp ແລະ ທ່ານ Wong Kan Seng, ປະທານກຸ່ມບໍລິສັດ Ascendas –Singbridge. ທີ່ການຕ້ອນຮັບທ່ານ Tang Kin Fei, ປະທານກຸ່ມບໍລິສັດ Sembcorp, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ຢັ້ງຢືນຈະສ້າງເງື່ອນໄຂອຳນວຍຄວາມສະດວກທີ່ສຸດເພື່ອໃຫ້ກຸ່ມບໍລິສັດຜັນຂະຫຍາຍແນວຄວາມຄິດລົງທຶນເຂົ້າໂຄງການສວນສາທາລະນະຫົວຄິດປະດິດສ້າງ. ທ່ານປະທານປະເທດ ໃຫ້ຮູ້ວ່າ: ຫວຽດນາມ ສະໜັບສະໜູນເລື່ອງ Sembcorp ສືບຕໍ່ຜັນຂະຫຍາຍໂຄງການໂຮງງານໄຟຟ້າ ຕົວບີນອາຍແກັດປະສົມ ແລະ ຊົມເຊີຍ Sembcorp ໄດ້ລົງທຶນເຂົ້າບັນດາໂຄງການພະລັງງານຜະລິດຄືນໃໝ່ໃນຍຸດທະສາດພັດທະນາພະລັງງານແຫ່ງຊາດ.
ໃນການຕອນຮັບທ່ານ Wong Kan Seng, ປະທານກຸ່ມບໍລິສັດ Ascendas –Singbridge, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໃຫ້ຮູ້ວ່າ: ຫວຽດນາມພວມມານະພະຍາຍາມໃນການສ້າງລັດຖະບານກະຈ່າງແຈ້ງ ແລະ ປອດໄສ, ຜ່ານນັ້ນສ້າງສະພາບແວດລ້ອມແຫ່ງການລົງທຶນໃຫ້ສະດວກ ແລະ ເໝາະສົມກັບບັນດາມາດຕະຖານສາກົນ, ສ້າງເງື່ອນໄຂໃຫ້ບັນດານັກລົງທຶນສາກົນເວົ້າລວມ, ໃນນັ້ນມີບັນດານັກລົງທຶນ ສິງກະໂປ.