ປະທານປະເທດເຈີນດ້າຍກວາງຕ້ອນຮັບຜູ້ວ່າການແຂວງAichi,ຍີ່ປຸ່ນ
(ທ່ານປະທານປະເທດເຈີນດ້າຍກວາງ
ຕ້ອນຮັບຜູ້ວ່າການແຂວງAichi,ຍີ່ປຸ່ນ)
(vovworld) - ຕອນບ່າຍວັນທີ 12/09, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ເຈີນດ້າຍກວາງ ໄດ້ໃຫ້ການຕ້ອນຮັບຜູ້ວ່າການແຂວງ Aichi, ຍີ່ປຸ່ນ, Hideaki Omura, ພວມມີການຢ້ຽມຢາມຫວຽດນາມ. ທີ່ການຕ້ອນຮັບ, ທ່ານປະທານປະເທດ ເຈີນດ້າຍກວາງ ຖືວ່າ, ການພົວພັນຮ່ວມມືມິດຕະພາບລະຫວ່າງຫວຽດນາມ ກັບແຂວງ Aichi ພວມພັດທະນາຢ່າງບໍ່ຢຸດຢັ້ງ, ດ້ວຍວິສາຫະກິດຂອງແຂວງກວ່າ 100 ແຫ່ງໄດ້ລົງທຶນເຂົ້າຫວຽດນາມ ແລະ ມີຊາວຫວຽດນາມກວ່າ 13.000 ຄົນພວມດຳລົງຊີວິດ, ຮ່ຳຮຽນ ແລະ ເຮັດວຽກຢູ່ແຂວງ Aichi. ທ່ານປະທານປະເທດ ເນັ້ນໜັກວ່າ, ຄວາມສາມາດບົ່ມຊ້ອນໃນການຮ່ວມມືລະຫວ່າງຫວຽດນາມ ແລະ ແຂວງ Aichi ຍັງໃຫຍ່ຫຼວງຢູ່, ພິເສດແມ່ນໃນບັນດາຂົງເຂດ Aichi ມີທ່າແຮງຄື: ອຸດສາຫະກຳລົດໂອໂຕ, ອຸດສາຫະກຳສຳຮອງ, ກະສິກຳ… ທ່ານປະທານປະເທດ ຊີ້ແຈ້ງວ່າ, ຍາມໃດຫວຽດນາມ ກໍຖືເປັນສຳຄັນ ແລະ ປາດຖະໜາຢາກເພີ່ມທະວີການຮ່ວມມືມິດຕະພາບກັບຍີ່ປຸ່ນ ເວົ້າລວມ ແລະ ແຂວງ Aichi ເວົ້າສະເພາະ. ພ້ອມທັງຢືນຢັນວ່າ, ຫວຽນາມ ຈະສ້າງທຸກເງື່ອນໄຂສະດວກເພື່ອໃຫ້ບັນດານັກລົງທຶນຍີ່ປຸ່ນ, ໃນນັ້ນມີບັນດາວິສາຫະກິດຈາກແຂວງ Aichi ມາລົງທຶນ, ດຳເນີນທຸລະກິດຢູ່ຫວຽດນາມ.