(vovworld) - ຕອນບ່າຍວັນທີ 02/12, ຢູ່ສຳນັກງານປະທານປະເທດ, ທ່ານປະທານປະເທດ ເຈີນດ້າຍກວາງ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດນິວຊີແລນ Haike Manning ເຂົ້າຢ້ຽມອຳລາ ເນື່ອງໃນໂອກາດສິ້ນສຸດການປະຕິບັດໜ້າທີ່ການທູດຢູ່ຫວຽດນາມ. ນະທີ່ນີ້, ທ່ານປະທານປະເທດ ເຈີນດ້າຍກວາງ ໄດ້ຕີລາຄາສູງບັນດາການປະກອບສ່ວນຢ່າງຕັ້ງໜ້າຂອງທ່ານເອກອັກຄະລັດຖະທູດ ໃນການເພີ່ມທະວີ ແລະ ເຮັດໃຫ້ການພົວພັນຄູ່ຮ່ວມມືຮອບດ້ານຫວຽດນາມ - ນິວຊີແລນ ເລິກເຊິ່ງກວ່າ. ທ່ານປະທານປະເທດ ໄດ້ຂອບໃຈນິວຊີແລນ ຍາມໃດກໍຮັກສາແຫຼ່ງທຶນອຸປະຖຳພັດທະນາຢ່າງເປັນທາງການ (ODA) ໃຫ້ແກ່ຫວຽດນາມ ຜ່ານແຕ່ລະປີ. ທ່ານປະທານປະເທດ ສະເໜີໃຫ້ນິວຊີແລນ ສືບຕໍ່ໜູນຊວ່ຍຫວຽດນາມ ໃນບັນດາຂົງເຂດຄື: ການສຶກສາບຳລຸງສ້າງ, ການພັດທະນາກະສິກຳຊົນນະບົດ, ຍົກສູງກຳລັງປະຕິບັດກົດໝາຍບົນທະເລ… ທ່ານປະທານປະເທດ ຢືນຢັນວ່າ, ຫວຽດນາມ ຊົມເຊີຍ ແລະ ພ້ອມແລ້ວທີ່ຈະສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດນິວຊີແລນ ມາລົງທຶນ ແລະ ດຳເນີນທຸລະກິດຢູ່ຫວຽດນາມ.
ສ່ວນທ່ານເອກອັກຄະລັດຖະທູດ Haike Manning ປາດຖະໜາວ່າ 2 ຝ່າຍຕ້ອງເພີ່ມທະວີການຮ່ວມມືໃນຂົງເຂດສຶກສາ, ບຳລຸງສ້າງ, ກະສິກຳ ແລະ ຄວາມປອດໄພດ້ານທັນຍາຫານ, ເຊິ່ງແມ່ນຂົງເຂດທີ່ນິວຊີແລນ ມີທ່າແຮງ ແລະ ຫວຽດນາມ ມີຄວາມຕ້ອງການ. ທ່ານເອກອັກຄະລັດຖະທູດ ໃຫ້ຄຳໝັ້ນສັນຍາຈະສະໜັບສະໜູນຫວຽດນາມ ຈັດຕັ້ງປີ APEC 2017 ໃຫ້ສຳເລັດຜົນ.