ປະທານປະເທດເຈີ່ນດ້າຍກວາງພົບປະກັບພະນັກງານກົມສູ້ຮົບ,ກອງເສນາທິການໃຫຍ່
ທ່ານ ເຈີ່ນດ້າຍກວາງ ທີ່ການພົບປະ
|
(vovworld) – ເນື່ອງໃນໂອກາດສະເຫຼີມສະຫຼອງ 72 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ, 70 ປີແຫ່ງວັນທົ່ວປະເທດທຳການຕໍ່ຕ້ານ, ຕອນເຊົ້າວັນທີ 21/12, ຢູ່ສຳນັກງານປະທານປະເທດ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ພົບປະກັບບັນດາຜູ້ຕາງໜ້າໃຫ້ພະນັກງານກົມສູ້ຮົບ, ກອງເສນາທິການໃຫຍ່ກອງທັບປະຊາຊົນ ຫວຽດນາມ ລຸ້ນຕ່າງໆ. ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ຮັບຮູ້ ແລະ ຊົມເຊີຍບັນດາການປະກອບສ່ວນອັນໃຫຍ່ຫຼວງຂອງພະນັກງານກົມສູ້ຮົບໃນພາລະກິດຕໍ່ສູ້ປົດປ່ອຍຊາດ, ໂຮມປະເທດຊາດເປັນເອກະພາບ, ເຮັດໜ້າທີ່ສາກົນ, ກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດເປັນຢ່າງດີ, ກໍ່ຄືປະຕິບັດໜ້າທີ່ກໍ່ສ້າງກອງທັບປະຕິວັດເປັນກອງທັບຫຼວງ, ຍອດຢ້ຽມ, ທັນສະໄໝເທື່ອລະກ້າວ. ທ່ານປະທານປະເທດ ເນັ້ນໜັກວ່າ ໄລຍະຈະມາເຖິງ ສະພາບການໂລກ, ພາກພື້ນ ແລະ ພາຍໃນປະເທດມີການຜັນແປໃຫມ່, ຮຽກຮ້ອງໃຫ້ທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບ, ສາມັກຄີເປັນຈິດໜຶ່ງໃຈດຽວ, ຕັດສິນໃຈປະຕິບັດບັນດາຈຸດໝາຍຂອງປະເທດຢ່າງມີໄຊ. ທ່ານປະທານປະເທດ ສະເໜີວ່າ ບັນດາພະນັກງານພວມເຮັດວຽກຢູ່ກົມສູ້ຮົບຈົ່ງມານະພະຍາຍາມສູ້ຊົນ, ຝຶກຝົນຫຼໍ່ຫຼອມເພື່ອມີຈັນຍາບັນປອດໄສ, ຄຸນນະທາດດ້ານການເມືອງໝັ້ນຄົງກຳແໜ້ນສະພາບການເພື່ອເປັນເຈົ້າການເປັນເສນາທິການ, ສະເໜີບັນດາບັນຫາຮີບດ່ວນ ແລະ ຍາວນານ, ບັນດາບັນຫາສຳຄັນ, ຍຸດທະສາດໃນໜ້າທີ່ກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດ.