ປະທານປະເທດເຈີ່ນດ້າຍກວາງພົບປະຜູ້ແທນເຂົ້າຮ່ວມງານມະໂຫລານຜູ້ບັນຊາກອງເຍົາວະຊົນເກັ່ງທົ່ວປະເທດຄັ້ງທີ 3

(VOVWORLD) -ຕອນເຊົ້າວັນທີ 10 ສິງຫາ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ ໄດ້ພົບປະກັບເດັກເຍົາວະຊົນກວ່າ 200 ຄົນ ເຊິ່ງແມ່ນເຍົາວະຊົນ, ຜູ້ບັນຊາກອງເຍົາວະຊົນດີເດັ່ນໃນທົ່ວທຸກແຫ່ງຂອງປະເທດຊາດ ທີ່ເຂົ້າຮ່ວມງານມະໂຫລານຜູ້ບັນຊາການກອງເຍົາວະຊົນເກັ່ງທົ່ວປະເທດຄັ້ງທີ 3 ປີ 2018.
ປະທານປະເທດເຈີ່ນດ້າຍກວາງພົບປະຜູ້ແທນເຂົ້າຮ່ວມງານມະໂຫລານຜູ້ບັນຊາກອງເຍົາວະຊົນເກັ່ງທົ່ວປະເທດຄັ້ງທີ 3 - ảnh 1 (ທ່ານປະທານປະເທດ ເຈີ່ນດ້າຍກວາງ)

ກ່າວຄຳເຫັນນະທີ່ນີ້, ທ່ານປະທານປະເທດ ເຈີ່ນດ້າຍກວາງ ປາດຖະໜາວ່າ ພວກຫຼານເຍົາວະຊົນເຊິ່ງແມ່ນຜູ້ບັນຊາກອງເຍົາວະຊົນ ທີ່ເຂົ້າຮ່ວມງານມະໂຫລານຄັ້ງນີ້ ຄວນສືບຕໍ່ເສີມຂະຫຍາຍບັນດາໝາກຜົນ, ຜົນງານທີ່ບັນລຸໄດ້, ສືບຕໍ່ຮ່ຳຮຽນ ແລະ ຝຶກຝົນຫຼໍ່ຫຼອມໃຫ້ເປັນຢ່າງດີ, ຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວຂອງກອງ ແລະ ບັນດາການເຄື່ອນໄຫວສັງຄົມ... ທ່ານປະທານປະເທດ ເຈີ່ນດ້າຍກວາງ, ສະເໜີວ່າ.

        “ຂ້າພະເຈົ້າສະເໜີໃຫ້ອົງຄະນະພັກ, ອຳນາດການປົກຄອງທຸກຂັ້ນ ເພີ່ມທະວີການຊີ້ນຳ, ນຳພາວຽກງານປົກປ້ອງ, ເບິ່ງແຍງ, ສຶກສາເດັກ; ຕັ້ງໜ້າໂຄສະນາ, ສຶກສານະໂຍບາຍ, ກົດໝາຍວ່າດ້ວຍເດັກ; ເອົາໃຈໃສ່ເຖິງເດັກເຊິ່ງແມ່ນລູກຫຼານຂອງທະຫານເສຍອົງຄະ, ຄອບຄົວນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ, ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ, ເດັກຢູ່ເຂດພູພຽງ, ເຂດໝູ່ເກາະ; ຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດ.”

ຕອບກັບ

ຂ່າວ/ບົດ​ອື່ນ