ປະທານປະເທດເຈີ່ນດ້າຍກວາງພົບປະເຈລະຈາກັບປະທານສະພາຕ່ຳຍີ່ປຸ່ນ,ຕ້ອນຮັບປະທານ JICA

(VOVWORLD) -ໃນຂອບເຂດການຢ້ຽມຢາມທາງລັດຖະກິດຢູ່ຍີ່ປຸ່ນ, ຕອນເຊົ້າວັນທີ 01 ມິຖຸນາ, ຢູ່ສຳນັກງານສະພາແຫ່ງຊາດຍີ່ປຸ່ນ, ທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ ໄດ້ມີການພົບປະເຈລະຈາກັບທ່ານປະທານສະພາຕ່ຳຍີ່ປຸ່ນ Tadamori Oshima.
ປະທານປະເທດເຈີ່ນດ້າຍກວາງພົບປະເຈລະຈາກັບປະທານສະພາຕ່ຳຍີ່ປຸ່ນ,ຕ້ອນຮັບປະທານ JICA - ảnh 1(ທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ ພົບປະເຈລະຈາກັບທ່ານປະທານສະພາຕ່ຳຍີ່ປຸ່ນ)

ທີ່ການພົບປະເຈລະຈາ. ທ່ານປະທານປະເທດ ເຈີ່ນດ້າຍກວາງ ໃຫ້ຮູ້ວ່າ, ຫວຽດນາມ ປາດຖະໜາຢາກເພີ່ມທະວີ ແລະ ພັດທະນາການພົວພັນລະຫວ່າງຫວຽດນາມ - ຍີ່ປຸ່ນ ຢ່າງຮອບດ້ານ ແລະ ເລິກເຊິ່ງກວ່າອີກ, ເໝາະສົມກັບຜົນປະໂຫຍດ ແລະ ຄວາມມຸ່ງຫວັງຂອງປະຊາຊົນ 2 ປະເທດ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ.

      ສ່ວນທ່ານປະທານສະພາຕໍ່າຍີ່ປຸ່ນ Tadamori Oshima ຢືນຢັນວ່າ, ສະພາສູງ ແລະ ສະພາຕ່ຳຍີ່ປຸ່ນ ພ້ອມແລ້ວທີ່ຈະຊຸກຍູ້ການພົວພັນແລກປ່ຽນສະມາຊິກສະພາແຫ່ງຊາດ 2 ປະເທດ, ປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຢ່າງເລິກເຊິ່ງ, ກວ້າງຂວາງລະຫວ່າງຫວຽດນາມ - ຍີ່ປຸ່ນ ໃນທຸກຂົງເຂດ.

      ແລະກໍ່ໃນຕອນເຊົ້າວັນທີ 01 ມິຖຸນາ,  ຢູ່ເຮືອນຮັບແຂກແຫ່ງຊາດ ຢູ່ນະຄອນຫຼວງໂຕກຽວ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ໃຫ້ການຕ້ອນຮັບທ່ານ Shinichi Kitaoka, ປະທານອົງການຮ່ວມມືສາກົນຍີ່ປຸ່ນ (JICA). ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ສະເໜີໃຫ້ JICA ເພີ່ມທະວີການສົມທົບກັນ ແລະ ຮ່ວມມືເພື່ອໃຫ້ຍີ່ປຸ່ນ ສືບຕໍ່ສະຫງວນບ້ວງເງິນອຸປະຖຳໃນການພັດທະນາ ຢູ່ໃນລະດັບສູງໃຫ້ແກ່ຫວຽດນາມ, ສຸມໃສ່ບັນດາໂຄງການກໍ່ສ້າງພື້ນຖານໂຄງລ່າງມີຂອບຂະໜາດໃຫຍ່, ຈຸດສຸມແຫ່ງຊາດ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ…

      ສ່ວນທ່ານ Shinichi Kitaoka, ປະທານ JICA ຢືນຢັນວ່າ, JICA ຈະສືບຕໍ່ມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອປະກອບສ່ວນໃຫ້ແກ່ການພົວພັນລະຫວ່າງ 2 ປະເທດໄດ້ຮັບການເພີ່ມທະວີຢ່າງແຮງກວ່າອີກ, ໃນນັ້ນເອົາໃຈໃສ່ເປັນພິເສດເຖິງການຍົກສູງມູນຄ່າເພີ່ມໃນຂະແໜງອຸດສາຫະກຳ, ນະໂຍບາຍຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ແຜນການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃຫ້ແກ່ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ