ປະທານປະເທດເຈີນດ້າຍກວາງພົບປະເຈລະຈາກັບສັນຕະປາປາແລະນາຍົກລັດຖະມົນຕີວາຕີກັງ
ທ່ານທ່ານປະທານປະເທດ ເຈີນດ້າຍກວາງ
ພົບປະເຈລະຈາກັບສັນຕະປາປາ Francis
(ພາບ: TTXVN)
(vovworld) - ຮຸ່ງເຊົ້າວັນທີ 24/11 (ຕາມເວລາຮ່າໂນ້ຍ), ໂດຍໄດ້ຮັບຄຳເຊີນຂອງສັນຕະປາປາ Francis, ທ່ານປະທານປະເທດສ.ສຫວຽດນາມ ເຈີນດ້າຍກວາງ ໄດ້ໄປຢ້ຽມຢາມໂບດວາຕີກັງ, ພົບປະເຈລະຈາກັບສັນຕະປາປາ Francis ແລະ ພົບປະກັບທ່ານນາຍົກລັດຖະມົນຕີໂບດວາຕີກັງ Pietro Parolin. ສັນຕະປາປາ Francis ໄດ້ຊົມເຊີຍ ແລະ ຕີລາຄາສູງການຢ້ຽມຢາມຂອງທ່ານປະທານປະເທດ ເຈີນດ້າຍກວາງ, ຢືນຢັນວ່າ, ນີ້ແມ່ນໂອກາດເພືຶ່ອໃຫ້ຫວຽດນາມ ແລະ ໂບດວາຕີກັງເພີ່ມທະວີຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ, ຜ່ານນັ້ນຊຸກຍູ້ການຮ່ວມມື 2 ຝ່າຍ. ໂບດວາຕີກັງ ຕີລາຄາສູງບັນດາຜົນງານດ້ານເສດຖະກິດ, ສັງຄົມຂອງຫວຽດນາມ ແລະ ເລື່ອງຫວຽດນາມ ຮັບເອົາຄຳເຫັນສັງຄົມຢ່າງກວ້າງຂວາງກ່ອນທີ່ຮັບຮອງເອົາກົດໝາຍວ່າດ້ວຍການເຫຼື້ອມໄສສາສະໜາ. ທ່ານປະທານປະເທດ ເຈີນດ້າຍກວາງ ຢືນຢັນວ່າ, ຍາມໃດຫວຽດນາມ ກໍປະຕິບັດນະໂຍບາຍເຄົາລົບ ແລະ ຮັບປະກັນສິດເສລີໃນການເຫຼື້ອມໄສສາສະໜາຂອງປະຊາຊົນທຸກຄົນຢ່າງສະເໝີຕົ້ນສະເໝີປາຍ, ພ້ອມທັງປັບປຸງກອບກົດໝາຍໃຫ້ສົມບູນເພື່ອຮັບປະກັນບັນດາສິດນັ້ນ.
ເນື່ອງໃນໂອກາດນີ້, ທ່ານປະທານປະເທດເຈີນດ້າຍກວາງ ໄດ້ມີການພົບປະ ແລະ ແລກປ່ຽນກັບທ່ານນາຍົກລັດຖະມົນຕີໂບດວາຕີກັງ Pietro Parolin ກ່ຽວກັບສະພາບກາໂຕນິກຫວຽດນາມ ແລະ ການພົວພັນລະຫວ່າງຫວຽດນາມ - ວາຕີກັງ.