ທ່ານປະທານປະເທດ ເຈີ່ນດ້າຍກວາງ
ເຮັດວຽກກັບສະຖານກົງສູນໃຫຍ່ ຫວຽດນາມ ຢູ່ປາກເຊ
(vovworld) - ຕອນບ່າຍວັນທີ 14/06 ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ແລະ ພັນລະຍາ, ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ເດີນທາງອອກຈາກແຂວງ ຈຳປາສັກ, ສິ້ນສຸດການຢ້ຽມຢາມທາງລັດຖະກິດຢເຖິງ ສປປ.ລາວ, ເດີນທາງຢ້ຽມຢາມລາຊະອານາຈັກ ກຳປູເຈຍ. ການຢ້ຽມຢາມທາງລັດຖະກິດເຖິງ ກຳປູເຈຍ ຈະດຳເນີນໄປໃນລະຫວ່າງວັນທີ 15 – 16 ຕາມຄຳເຊີນຂອງພະບາດສົມເດັດພະບໍລົມມະນຽດ Norodom Sihamoni.
ກ່ອນທີ່ເດີນທາງອອກຈາກ ຈຳປາສັກ, ຕອນບ່າຍວັນດຽວກັນ, ທ່ານປະທານປະເທດ ເຈີນດ້າຍກວາງ ໄດ້ພົບປະ ແລະ ໂອ້ລົມກັບພະນັກງານ, ພາລະກອນ ສະຖານກົງສູນຫວຽດນາມ ຢູ່ ປາກເຊ ແລະ ຜູ້ຕາງຫນ້າຊາວຫວຽດນາມ ອາໄສຢູ່ ແຂວງ ຈຳປາສັກ. ທ່ານປະທານປະເທດ ໄດ້ສະເຫນີບັນດາພະນັກງານ, ພາລະກອນ ສະຖານກົງສູນ ຫວຽດນາມ ສືບຕໍ່ແມ່ນຂົວຕໍ່ໃຫ້ການຮ່ວມມືລະຫວ່າງບັນດາທ້ອງຖິ່ນຂອງຫວຽດນາມ ກັບ ແຂວງ ຈຳປາສັກ ແລະ ບັນດາແຂວງ ພາກໃຕ້ຂອງລາວ, ປະກອບສ່ວນເພີ່ມທະວີ ແລະ ຮັດແຫນ້ນການພົວພັນສາມັກຄີແບບພິເສດຫວຽດນາມ ລາວ.
ກ່ອນໜ້ານັ້ນ, ຕອນເຊົ້າວັນທີ 14/06 ທ່ານປະທານປະເທດ ເຈີ່ນດ້າຍກວາງ ແລະ ພັນລະຍາ ໄປຢ້ຽມຢາມ, ອວຍພອນສຸຂະພາບອະດີດປະທານພັກປະຊາຊົນປະຕິວັດ ລາວ, ອະດີດ ປະທານປະເທດ ສປປ. ລາວ ຄຳໄຕ ສີພັນດອນ. ນະທີ່ນີ້ ທ່ານ ຄຳໄຕ ສີພັນດອນ ເນັ້ນໜັກວ່າ: ຫວຽດນາມ ແລະ ລາວ ຫາກໍ່ຈັດຕັ້ງກອງປະຊຸມໃຫຍ່ຂອງພັກສຳເລັດຢ່າງຈົບງາມຢູ່ແຕ່ລະປະເທດ, ຜ່ານນັ້ນ ການນຳຂັ້ນສູງ 2 ປະເທດລ້ວນແຕ່ກຳນົດທິດ ສືບຕໍ່ເອົາໃຈໃສ່ປັບປຸງ ແລະ ພັດທະນາ, ສືບທອດໃຫ້ບັນດາລຸ້ນຫລັງກ່ຽວກັບນ້ຳໃຈມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ຫວຽດນາມ - ລາວ. ທ່ານປະທານປະເທດ ເຈີ່ນດ້າຍກວາງ ຢືນຢັນຢ່າງສະເໝີຕົ້ນສະເໝີປາຍ, ພັກ ແລະ ລັດ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ສະຫງວນບຸລິມະສິດສູງສຸດໃຫ້ການປັບປຸງ ແລະ ເພີ່ມທະວີການພົວພັນແບບພິເສດລະຫວ່າງ ຫວຽດນາມ - ລາວ, ເພີ່ມທະວີການຮ່ວມມື ເພື່ອໜູນຊ່ວຍກັນພັດທະນາ.