ປະທານປະເທດເຈີ່ນດ້າຍກວາງອວຍພອນປີໃໝ່ບັນດານັກປັນຍາຊົນດີເດັ່ນຂອງຮ່າໂນ້ຍ

(VOVWORLD) -ຕອນບ່າຍວັນທີ 12 ກຸມພາ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ໄປຢ້ຽມຢາມ ແລະ ອວຍພອນປີໃໝ່ທ່ານສາດສະດາຈານ, ປະລິຍາເອກວິທະຍາສາດ ຫງວຽນຄວາເຊີນ, ອະດີດຮອງປະທານສະຖາບັນການສຶກສາວິທະຍາສາດ ແລະ ເຕັກໂນໂລຊີຫວຽດນາມ; ສາດສະດາຈານ, ນາຍຄູປະຊາຊົນ ຟານຮຸຍເລ; ນັກສະຖາປະນິກ ຫງວຽຍຈຶ້ກລ້ວຽນ, ອະດີດປະທານສະມາຄົມສະຖາປະນິກຫວຽດນາມ.

ປະທານປະເທດເຈີ່ນດ້າຍກວາງອວຍພອນປີໃໝ່ບັນດານັກປັນຍາຊົນດີເດັ່ນຂອງຮ່າໂນ້ຍ - ảnh 1 (ທ່ານປະທານປະເທດ ເຈີ່ນດ້າຍກວາງ

ອວຍພອນປີໃໝ່ທ່ານສາດສະດາຈານ, ປະລິຍາເອກວິທະຍາສາດ ຫງວຽນຄວາເຊີນ)

ເນື່ອງໃນໂອກາດອວຍພອນປີໃໝ່ນີ້, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ສະແດງຄວາມເຄົາລົບຮັບຖື, ຕີລາຄາສູງການປະກອບສ່ວນຂອງບັນດານັກປັນຍາຊົນ, ນັກວິທະຍາສາດທີ່ມີຕໍ່ພາລະກິດພັດທະນາສ້າງສາປະເທດຊາດ; ຢືນຢັນຄວາມເອົາໃຈໃສ່ຂອງພັກ, ລັດ ສຳລັບຂົງເຂດຄົ້ນຄວ້າ, ນຳໃຊ້ວິທະຍາສາດ. ໂດຍສະແດງຄວາມຂອບໃຈຕໍ່ຄວາມເອົາໃຈໃສ່ຂອງພັກ, ລັດ ທີ່ມີຕໍ່ກັບບັນດານັກປັນຍາຊົນ, ບັນດານັກວິທະຍາສາດ, ທ່ານສາດສະດາຈານ, ປະລິຍາເອກວິທະຍາສາດ ຫງວຽນຄວາເຊີນ ຢືນຢັນວ່າ, ນີ້ແມ່ນການລະດົມໃຈອັນໃຫຍ່ຫຼວງເພື່ອໃຫ້ບັນດານັກປັນຍາຊົນສືບຕໍ່ອຸທິດສ່ວນກຳລັງເຫື່ອແຮງ, ພູມປັນຍາໃຫ້ແກ່ປະເທດຊາດ.

        ກ່ອນໜ້ານັ້ນ, ທ່ານປະທານປະເທດເຈີ່ນດ້າຍວາງ ໄດ້ໄປຢ້ຽມຢາມ, ອວຍພອນບຸນເຕັດທ່ານສາດສະດາຈານ, ນັກວິລະຊົນແຮງງານວູ້ຄຽວ.

ຕອບກັບ

ຂ່າວ/ບົດ​ອື່ນ