ປະທານປະເທດເຈີ່ນດ້າຍກວາງເຂົ້າຮ່ວມກອງປະຊຸມຜັນຂະຫຍາຍວຽກງານຂະແໜງໄອຍະການປະຊາຊົນປີ2017
ກອງປະຊຸມຜັນຂະຫຍາຍວຽກງານຂະແໜງໄອຍະການປະຊາຊົນປີ 2017
|
(vovworld) – ຕອນບ່າຍວັນທີ 28/12, ຢູ່ຮ່າໂນ້ຍ, ອົງການໄອຍະການປະຊາຊົນສູງສຸດໄດ້ຈັດຕັ້ງກອງປະຊຸມຜັນຂະຫຍາຍວຽກງານຂະແໜງໄອຍະການປະຊາຊົນປີ 2017. ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ຮັບຮູ້, ຕີລາຄາສູງບັນດາຄວາມມານະພະຍາຍາມ, ຜົນງານດີເດັ່ນເຊິ່ງອົງການໄອຍະການປະຊາຊົນບັນລຸໄດ້ໃນປີຜ່ານມາ. ທ່ານປະທານປະເທດໄດ້ຊີ້ແຈ້ງວ່າ: ປີ 2017, ບັນດາອົງການຕຸລາການເວົ້າລວມ, ຂະແໜງໄອຍະການປະຊາຊົນເວົ້າສະເພາະຈະຜັນຂະຫຍາຍປະຕິບັດຫຼາຍຂໍ້ກຳນົດໃໝ່ຂອງກົດໝາຍກ່ຽວກັບຂົງເຂດຕຸລາການຕາມຈິດໃຈລັດຖະທຳມະນູນປີ 2013. ທ່ານປະທານປະເທດ ສະເໜີໃຫ້ຂະແໜງໄອຍະການຕ້ອງສືບຕໍ່ຊາບຊຶມ, ປະຕິບັດບັນດາແຜນນະໂຍບາຍ, ແນວທາງ, ນະໂຍບາຍຂອງພັກ, ກົດໝາຍຂອງລັດກ່ຽວກັບຂົງເຂດຕຸລາການຢ່າງມີປະສິດທິຜົນ. ທ່ານປະທານປະເທດ ເຈີ່ນດ້າຍກວາງ ກໍ່ຮຽກຮ້ອງຂະແໜງໄອຍະການຕ້ອງຕັ້ງໜ້າສົມທົບກັບບັນດາກະຊວງ, ຂະແໜງການກ່ຽວຂ້ອງເຂົ້າຮ່ວມກໍ່ສ້າງຮ່າງກົດໝາຍປັບປຸງ, ເພີ່ມເຕີມກົດໝາຍອາຍາປີ 2015, ກົດໝາຍວ່າດ້ວຍການປ້ອງກັນ, ຕ້ານໄພສໍ້ລາດບັງຫຼວງ (ສະບັບປັບປຸງ) ແລະ ບັນດາຮ່າງກົດໝາຍສະບັບອື່ນໆ, ຮັບປະກັນແກ້ໄຂບັນດາສິ່ງຍັງຄົງຄ້າງ, ບັນຫາເຄັ່ງຮ້ອນໃນສະພາບຕົວຈິງຂອງການປະຕິບັດກົດໝາຍໃນໄລຍະຜ່ານມາ.