ປະທານປະເທດເຈີນດ້າຍກວາງເຂົ້າຮ່ວມພິທີສະເຫຼີມສະຫຼອງ40ປີແຫ່ງວັນສ້າງຕັ້ງມະຫາວິທະຍາໄລເສດຖະກິດນະຄອນໂຮ່ຈິມິນ
(ທ່ານປະທານປະເທດເຈີນດ້າຍກວາງ
ກ່າວຄຳເຫັນພິທີສະເຫຼີມສະຫຼອງ)
(vovworld) - ຕອນເຊົ້າວັນທີ 27/10, ຢູ່ນະຄອນໂຮ່ຈິມິນ, ມະຫາວິທະຍາໄລເສດຖະກິດນະຄອນໂຮ່ຈິມິນ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງວັນສ້າງຕັ້ງຄົບຮອບ 40 ປີ (27/10/1976 – 27/10/2016). ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານປະທານປະເທດເຈີນດ້າຍກວາງ ໄດ້ຍ້ອງຍໍບັນດາຜົນງານດີເດັ່ນເຊິ່ງມະຫາວິທະຍາໄລເສດຖະກິດນະຄອນໂຮ່ຈິມິນ ບັນລຸໄດ້ໃນ 40 ປີຜ່ານມາ. ທ່ານປະທານປະເທດສະເໜີໃຫ້ໂຮງຮຽນ ສືບຕໍ່ປ່ຽນໃໝ່ລາຍການ, ເນື້ອໃນ, ວິທີການສິດສອນ ແລະ ຮ່ຳຮຽນ, ປ່ຽນໃໝ່ວຽກງານຮັບສະໝັກນັກຮຽນ… ຄຽງຂ້າງນັ້ນ, ໂຮງຮຽນຕ້ອງເປີດກວ້າງຂອບຂະໜາດບຳລຸງສ້າງ ຕິດພັນກັບການຍົກສູງຄຸນນະພາບການບຳລຸງສ້າງມະຫາວິທະຍາໄລ ແລະ ເໜືອມະຫາວິທະຍາໄລ.
“ໂຮງຮຽນຕ້ອງຍູ້ແຮງວຽກງານຄົ້ນຄວ້າວິທະຍາສາດ ຕາມທິດມະຫາບັນດິດ ແລ ປະກາດສາກົນ, ກໍ່ສ້າງໂຮງຮຽນໃຫ້ກາຍເປັນສູນຄົ້ນຄວ້າວິທະຍາສາດກ່ຽວກັບດ້ານເສດຖະກິດ, ຄຸ້ມຄອງດຳເນີນທຸລະກິດ, ກົດລະບຽບໂຮງຮຽນ ທີ່ມີຄຸນນະພາບສູງ ມີລັກສະນະພາກພື້ນ ແລະ ສາກົນ. ສົມທົບກັນຢ່າງແໜ້ນແຟ້ນກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນເພີ່ມທະວີ, ລະດົມຖັນແຖວນັກວິທະຍາສາດ, ນັກຊ່ຽວຊານໄຈ້ແຍກ, ຄົ້ນຄວ້າ ແລະ ວາງແຜນນະໂຍບາຍຢູ່ພາຍໃນ ແລະ ຕ່າງປະເທດ, ເຂົ້າຮ່ວມການຄົ້ນຄວ້າບັນດາຫົວຂໍ້ວິທະຍາສາດກ່ຽວກັບບັນດາບັນຫາຮີບດ່ວນໃນການພັດທະນາເສດຖະກິດສັງຄົມ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ເຊື່ອມໂຍງເຂົ້າກັບສາກົນ, ຮັບໃຊ້ການພັດທະນາຂອງນະຄອນໂຮ່ຈິມິນ, ບັນດາແຂວງ, ນະຄອນໃນເຂດທົ່ງພຽງແມ່ນ້ຳຂອງ ແລະ ປະຊາຄົມວິສາຫະກິດ”.
ເນື່ອງໃນໂອກາດນີ້, ທ່ານປະທານປະເທດສະເໜີໃຫ້ບັນດາກະຊວງ, ຄະນະ, ຂະແໜງການ, ທ້ອງຖິ່ນສືບຕໍ່ສ້າງເງື່ອນໄຂ, ສົມທົບກັນຢ່າງແໜ້ນແຟ້ນກວ່າ ເພື່ອຊ່ວຍໃຫ້ມະຫາວິທະຍາໄລເສດຖະກິດນະຄອນໂຮ່ຈິມິນ ປະຕິບັດສຳເລັດໜ້າທີ່ທີ່ໄດ້ຮັບມອບໝາຍເປັນຢ່າງດີ.