ປະທານປະເທດເຈີ່ນດ້າຍກວາງເຂົ້າຮ່ວມພິທີສະເຫຼີມສະຫຼອງ50ປີແຫ່ງວັນມູນເຊື້ອເຫຼົ່າຮົບທະຫານດັກກົງ
ປະທານປະເທດ ເຈີ່ນດ້າຍກວາງ ເຂົ້າຮ່ວມພິທີສະເຫຼີມສະຫຼອງ
50 ປີແຫ່ງວັນມູນເຊື້ອເຫຼົ່າຮົບທະຫານດັກກົງ
(vovworld) - ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງໃນຕອນເຊົ້າວັນທີ 19/03 ຢູ່ ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ສະເໜີວ່າ ເຫຼົ່າຮົບທະຫານດັກກົງ ຄວນເປັນເຈົ້າການກຳແໜ້ນ, ໄຈ້ແຍກ, ຕີລາຄາ ແລະ ຄາດຄະເນສະພາບການຢ່າງຊັດເຈນ ພິເສດແມ່ນບັນດາການຜັນແປທີ່ກ່ຽວຂ້ອງເຖິງບັນຫາປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ເພື່ອເປັນເຈົ້າການເປັນເສນາທິການໃຫ້ພັກ, ລັດ, ຄະນະພັກການທະຫານສູນກາງ ແລະ ກະຊວງປ້ອງກັນປະເທດບັນດາແຜນນະໂຍບາຍ, ມາດຕະການທີ່ເໝາະສົມ. ທ່ານປະທານປະເທດຊີ້ແຈ້ງວ່າ ໃນໄລຍະຈະມາເຖິງ, ເຫຼົ່າຮົບທະຫານດັກກົງຄວນສຶກສາ, ບຳລຸງສ້າງເປັນປະຈຳ ເພື່ອໃຫ້ທະຫານມີຄວາມຮັບຮູ້ທີ່ຕັ້ງ, ບົດບາດ, ພາລະໜ້າທີ່ຂອງກອງທັບ, ຂອງເຫຼົ່າຮົບທະຫານດັກກົງ ກໍ່ຄືກົນອຸບາຍ, ເລ່ລ່ຽມການເຄື່ອນໄຫວຕ້ານ, ທຳລາຍຂອງບັນດາອິດທິກຳລັງທີ່ເປັນປໍລະປັກ, ປະຕິການໃນສະພາບການໃໝ່ຢ່າງຖືກຕ້ອງ. ເຫຼົ່າຮົບທະຫານດັກກົງຄວນສ້າງເນື້ອໃນ, ລາຍການຝຶກຊ້ອມໃຫ້ເໝາະສົມກັບບັນຈຸພະນັກງານຈັດຕັ້ງ, ອາວຸດ, ພາຫະນະອຸປະກອນທີ່ມີຢູ່ແລ້ວ ແລະ ທ່າອ່ຽງພັດທະນາໃນຊຸມປີຈະມາເຖິງ, ຕິດກັບຄວາມຮຽກຮ້ອງຕ້ອງການ, ໜ້າທີ່, ເປົ້າໝາຍ ແລະ ບໍລິເວນການຮົບ.
ເນື່ອງໃນໂອກາດນີ້, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ມອບຫຼຽນໄຊວິລະກຳຊັ້ນ 1 ໃຫ້ເຫຼົ່າຮົບທະຫານດັກກົງ ຍ້ອນມີຜົນງານດີເດັ່ນພິເສດໃນການສ້າງກອງທັບ, ປັບປຸງການປ້ອງກັນຊາດ, ປະກອບສ່ວນເຂົ້າໃນພາລະກິດສ້າງສາລັດທິສັງຄົມ ແລະ ປົກປັກຮັກສາປະເທດຊາດ.