ປະທານປະເທດເຈີນດ້າຍກວາງເຂົ້າຮ່ວມພິທີສະເຫຼີມສະຫຼອງ70ປີແຫ່ງວັນມູນເຊື້ອກຳລັງເສນາທິການຕຳຫຼວດປຊຊ

ປະທານປະເທດເຈີນດ້າຍກວາງເຂົ້າຮ່ວມພິທີສະເຫຼີມສະຫຼອງ70ປີແຫ່ງວັນມູນເຊື້ອກຳລັງເສນາທິການຕຳຫຼວດປຊຊ - ảnh 1
ພິທີສະເຫຼີມສະຫຼອງ 70 ປີແຫ່ງວັນມູນເຊື້ອ
ກຳລັງເສນາທິການຕຳຫຼວດປຊຊ
(ພາບ: TTXVN)

(vovworld) - ​ຕອນ​ເຊົ້າ​ວັນ​ທີ 18/04, ຢູ່​ຮ່າ​ໂນ້ຍ, ອົງ​ຄະ​ນະ​ພັກ​ສູນ​ກາງ, ກະ​ຊວງ​ຕຳ​ຫຼວດ ໄດ​້​ຈັດ​ພິ​ທີ​ສະ​ເຫຼີມ​ສະ​ຫຼອງ 70 ປີແຫ່ງວັນ​ມູນ​ເຊື້ອ​ກຳ​ລັງ​ເສ​ນາ​ທິ​ການ​ຕຳ​ຫຼວດ​ປະ​ຊາ​ຊົນ (18/04/1946 – 18/04/2016) ແລະ ຕ້ອນ​ຮັບ​ຫຼຽນ​ໄຊວິ​ລະ​ກຳຊັ້ນ​ໜຶ່ງ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ​ພົນ​ໂ​ທ ໂຕ​ເລີມ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ຕຳ​ຫຼວດ ໄດ້​ຮຽກ​ຮ້ອງ​ໃຫ້​ກຳ​ລັງເສ​ນາ​ທິ​ການ​ຕຳ​ຫຼວດ​ປະ​ຊາ​ຊົນ ສຸມ​ໃສ່​​ເສ​ນາ​ທິ​ການ​ຕໍ່​ອົງ​ຄະ​ນະ​ພັກ​ຕ​ຳ​ຫຼວດ​ສ​ູນ​ກາງ, ກະ​ຊວງ​ຕຳ​ຫຼວດ, ອົງ​ຄະ​ນະ​ພັກ, ການ​ນຳ​ຕ​ຳ​ຫຼວດ​ທຸກ​ຂັ້ນ, ທຸກ​ຂະ​ແໜງ​ການ​ສ້າງ​ແຜນ​ການ, ລາ​ຍ​ການ​ເຄື່ອນ​ໄຫວ ປະ​ຕິ​ບັດ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ, ບັນ​ດາ​ກົດ​ໝາຍ​ເຊິ່ງ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 13 ຮັບ​ຮອງ​ເ​​ອົາ ທີ່​ກ່ຽວ​ຂ້ອງ​ເຖິງວຽກ​ງານ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ, ຄວາມ​ເປັນ​ລະ​ບຽບ​ຮ​ຽບ​ຮ້ອຍ. ໃນ​ຕໍ່​ໜ້າ, ຕ້ອງ​ສຸມ​ໃສ່​ເປັນ​ເສ​ນາ​ທິ​ການ​ໃນ​ວຽກ​ງານກໍ່​ສ້າງ, ຜັນ​ຂະ​ຫຍາຍ​ບັນ​ດາ​ທິດ​ທາງ, ແຜນ​ການ, ປົກ​​ປັກຮັກ​ສາ​ຄວາມ​ປອດ​ໄພ​ໃຫ້​​ແກ່ການ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 14 ແລະ ການ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ​ທຸກ​ຂັ້ນ ອາ​ຍຸ​ການ 2016 – 2021.

ຂ່າວ/ບົດ​ອື່ນ