ປະທານປະເທດເຈີ່ນດ້າຍກວາງເຂົ້າຮ່ວມລາຍການ “ຄວາມເອກອ້າງທະນົງໃຈຊາວກະສິກອນຫວຽດນາມ”
ຊາວກະສິກອນຜູ້ດີເດັ່ນ 63 ຄົນໄດ້ຮັບການຍ້ອງຍໍໃນຄັ້ງນີ້
|
(vovworld) – ເນື່ອງໃນໂອກາດສະເຫຼີມສະຫຼອງ 86 ປີແຫ່ງວັນສ້າງຕັ້ງສະມາຄົມຊາວກະສິກອນ ຫວຽດນາມ (14/10/1930 – 14/10/2016), ຕອນຄ່ຳວັນທີ 14/10, ຢູ່ຮ່າໂນ້ຍ, ໄດ້ຈັດຕັ້ງລາຍການ “ຄວາມເອກອ້າງທະນົງໃຈຊາວກະສິກອນ ຫວຽດນາມ”. ຊຸມປີຜ່ານມາ, ກະສິກຳ ຫວຽດນາມ ສືບຕໍ່ພັດທະນາຕາມທິດຜະລິດເປັນສິນຄ້າ, ຍົກສູງສະມັດຕະພາບ, ຄຸນນະພາບ, ປະສິດທິຜົນ, ຄ້ຳປະກັນດ້ານສະບຽບອາຫານແຫ່ງຊາດ. ເສດຖະກິດເຂດຊົນນະບົດໄດ້ຫັນປ່ຽນຕາມທິດເພີ່ມອຸດສາຫະກຳ, ການບໍລິການ, ຂະແໜງອາຊີບ, ໂຄງປະກອບໂຄງລ່າງເສດຖະກິດ - ສັງຄົມ ໄດ້ຮັບການເພີ່ມທະວີ, ໂສມໜ້າເຂດຊົນນະບົດມີການປ່ຽນແປງ, ຊີວິດທາງດ້ານວັດຖຸ, ຈິດໃຈຂອງປະຊາຊົນນັບມື້ນັບໄດ້ຮັບການປັບປຸງ. ກ່າວຄຳເຫັນທີ່ພິທີ, ທ່ານປະທານປະເທດເຈີ່ນດ້າຍກວາງ ຊີ້ແຈ້ງວ່າ: ພັກ, ລັດຍາມໃດກໍ່ເອົາໃຈໃສ່ຊີ້ນຳ ນຳພາການພັດທະນາກະສິກຳ, ກໍ່ສ້າງຊົນນະບົດ ແລະ ຍົກສູງຊີວິດການເປັນຢູ່ຂອງຊາວກະສິກອນ ເພື່ອແນໃສ່ສ້າງພື້ນຖານກະສິກຳພັດທະນາຮອບດ້ານຕາມທິດທັນສະໄໝ, ຍືນຍົງ. ທ່ານ ປະທານປະເທດເຈີ່ນດ້າຍກວາງ ກ່າວວ່າ:
“ອຳນາດການປົກຄອງທຸກຂັ້ນຕ້ອງຜັນຂະຫຍາຍບັນດາການເຄື່ອນໄຫວແທດຈິງເພື່ອນຳຄວາມກ້າວໜ້າດ້ານວິທະຍາສາດ - ເຕັກໂນໂລຢີ ມາສູ່ເຂດຊົນນະບົດ, ຕັ້ງໜ້າໜູນຊ່ວຍປະຊາຊົນເສີມຂະຫຍາຍຫົວຄິດປະດິດສ້າງ, ປັບປຸງເຕັກນິກ, ປົດປ່ອຍແຮງງານເຮັດແບບຫັດຖະກຳ ແລະ ສູ້ຊົນກາຍເປັນກຳມະກອນກະສິກຳຂອງພື້ນຖານຜະລິດໃຫຍ່. ເອົາໃຈໃສ່ຍົກສູງຄຸນນະພາບຊີວິດການເປັນຢູ່ຂອງຊາວກະສິກອນ, ສ້າງເງື່ອນໄຂເພື່ອໃຫ້ຊາວກະສິກອນເຂົ້າຮ່ວມ ແລະ ໄດ້ຮັບໝາກຜົນຂອງພາລະກິດຫັນເປັນປະເທດອຸດສະຫະກຳ, ທັນສະໄໝ ແລະ ເຊື່ອມໂຍງເຂົ້າກັບສາກົນຂອງປະເທດຊາດ.”