ປະທານປະເທດເຈີນດ້າຍກວາງເປັນປະທານກອງປະຊຸມ ຄະນະຊີ້ນຳການປະຕິຮູບຕຸລາການ
ປະທານປະເທດເຈີນດ້າຍກວາງເປັນປະທານກອງປະຊຸມຄັ້ງທີ 2 ຄະນະຊີ້ນຳການປະຕິຮູບດ້ານຕຸລາການສູນກາງ |
(vovworld)- ຕອນບ່າຍວັນທີ 11/1, ຢູ່ຮ່າໂນ້ຍ, ຄະນະຊີ້ນຳການປະຕິຮູບດ້ານຕຸລາການສູນກາງໄດ້ໂຮມວາລະປະຊຸມຄັ້ງທີ 2 ເພື່ອປຶກສາຫາລື, ໃຫ້ຄຳເຫັນໃສ່ຮ່າງບົດລາຍງານສະຫຼຸບວຽກງານ ປະຕິຮູບດ້ານຕຸລາການປີ 2016; ທິດທາງໜ້າທີ່ປີ 2017 ແລະ ຮ່າງໂຄງການເຮັດວຽກຂອງຄະນະຊີ້ນຳປີ 2017. ທ່ານປະທານປະເທດເຈີນດ້າຍກວາງ ຫົວໜ້າ ຄະນະຊີ້ນຳການປະຕິຮູບດ້ານຕຸລາການສູນກາງເປັນປະທານກອງປະຊຸມ. ສະຫຼຸບກອງປະຊຸມ, ທ່ານປະທານປະເທດເຈີນດ້າຍກວາງໄດ້ສະເໜີວ່າ ໃນໄລຍະທີ່ຈະມາເຖິງ, ຄະນະພັກ, ອົງການຈັດຕັ້ງພັກທີ່ກ່ຽວຂ້ອງຂຶ້ນກັບສູນກາງຄວນຍູ້ແຮງການເຜີຍແຜ່, ຊາບຊຶມປະຕິບັດບັນດາໜ້າທີ່ປະຕິຮູບຕຸລາການຢ່າງຖືກຕ້ອງຕາມແນວທາງ, ແຜນນະໂຍບາຍຂອງພັກ.