ການເຈລະຈາລະຫວ່າງ 2 ຝ່າຍ
|
(vovworld) – ຕອນເຊົ້າວັນທີ 6/10, ພິທີຕ້ອນຮັບທ່ານປະທານາທິບໍດີ ສ. ອິດສະລາມ ອີຣານ Hassan Rouhani ມາຢ້ຽມຢາມທາງລັດຖະກິດ ຫວຽດນາມ ໃນລະຫວ່າງວັນທີ 5 – 7/10 ໄດ້ຖືກຈັດຕັ້ງຢ່າງສົມກຽດຢູ່ສຳນັກງານປະທານປະເທດ. ພາຍຫຼັງພິທີຕ້ອນຮັບ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ແລະ ທ່ານປະທານາທິບໍດີ ອີຣານ Hassan Rouhani ດຳເນີນການເຈລະຈາ.
ທີ່ການປະຊຸມຂ່າວພາຍຫຼັງການເຈລະຈາ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ປະກາດການເຈລະຈາດຳເນີນໄປໃນບັນຍາກາດເປີດເຜີຍ, ກົງໄປກົງມາ. 2 ຝ່າຍໄດ້ແລກປ່ຽນບັນດາດ້ານການພົວພັນລະຫວ່າງ 2 ປະເທດຢ່າງຮອບດ້ານ, ປຶກສາຫາລື ແລະ ເຫັນດີເປັນເອກະສັນຍົກສູງບັນດາມິດຕະພາບຮັດແໜ້ນການພົວພັນການເມືອງ, ເພີ່ມທະວີ ແລະ ເປີດກ້ວາງການຮ່ວມມືດ້ານເສດຖະກິດ, ວັດທະນະທຳ, ວິທະຍາສາດເຕັກນິກ. ທ່ານປະທານປະເທດ ເຈີ່ນດ້າຍກວາງ ເນັ້ນໜັກວ່າ: ການນຳ 2 ປະເທດໄດ້ເຫັນດີເປັນເອກະສັນຖືການຮ່ວມມືດ້ານເສດຖະກິດແມ່ນພື້ນຖານເພື່ອຊຸກຍູ້ບັນດາຂົງເຂດຮ່ວມມື 2 ຝ່າຍພັດທະນາແທດຈິງ, ກ້າວເຂົ້າສູ່ລວງເລິກ. ກ່ຽວກັບດ້ານການເມືອງ, 2 ຝ່າຍຢັ້ງຢືນຄວາມຕັດສິນໃຈສະໜັບສະໜູນເຊິ່ງກັນ ແລະ ກັນ, ຮັບໃຊ້ເປົ້າໝາຍພັດທະນາເພື່ອຄວາມວັດຖະນາຖາວອນຂອງປະຊາຊົນ 2 ປະເທດ, ເພື່ອສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ ແລະ ຢູ່ໃນໂລກ, ບໍ່ແນໃສ່ຕ້ານຄືນບໍ່ວ່າປະເທດທີສາມໃດໆ.
ສ່ວນ ທ່ານປະທານາທິບໍດີ ອີຣານ Hassan Rouhani ຢັ້ງຢືນວ່າ: ອີຣານ ມີຄວາມສາມາດບົ່ມຊ້ອນກ່ຽວກັບການສົ່ງອອກນ້ຳມັນ, ອາຍແກຼດ LNG, ຢາງໝາກຕອຍ… ແລະ ກຽມພ້ອມສ້າງເງືຶ່ອນໄຂເພື່ອໃຫ້ບັນດາວິສາຫະກິດນ້ຳມັນອາຍແກຼດ ຫວຽດນາມ ເຄື່ອນໄຫວຢູ່ ອີຣານ ຫຼາຍກ່ວາອີກ, ຊອກຫາກາລະໂອກາດຮ່ວມມືໃໝ່. ອີຣານ ກຽມພ້ອມຮ່ວມມືກັບ ຫວຽດນາມ ໃນບັນດາຂົງເຂດເຕັກໂນໂລຢີສູງ, ເຕັກໂນໂລຢີໃໝ່.