ປະທານປະເທດເຈີນດ້າຍກວາງແລະປະທານາທິບໍດີເບລາຣຸດເປັນປະທານຮ່ວມການໂອ້ລົມສົນທະນາເສດຖະກິດຫວຽດນາມ-ເບລາຣຸດ

(VOVWORLD) -ຕອນເຊົ້າວັນທີ 27 ມິຖຸນາ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນຫຼວງ Mink, ສ.ເບລາຣຸດ, ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ແລະ ທ່ານປະທານາທິບໍດີເບລາຣຸດ Alexander Lukashenko ໄດ້ເປັນປະທານຮ່ວມການໂອ້ລົມສົນທະນາເສດຖະກິດຫວຽດນາມ - ເບລາຣຸດ.
ປະທານປະເທດເຈີນດ້າຍກວາງແລະປະທານາທິບໍດີເບລາຣຸດເປັນປະທານຮ່ວມການໂອ້ລົມສົນທະນາເສດຖະກິດຫວຽດນາມ-ເບລາຣຸດ - ảnh 1 (ທ່ານປະທານປະເທດ ເຈີນດ້າຍກວາງ ກ່າວຄຳເຫັນ)

ກ່າວຄຳເຫັນຢູ່ທີ່ນີ້, ທ່ານປະທານປະເທດ ເຈີນດ້າຍກວາງ ຊີ້ແຈ້ງວ່າ: ປີ 2017 ແມ່ນຂີດໝາຍສຳຄັນໃນການພົວພັນຮ່ວມມືມິດຕະພາບລະຫວ່າງ 2 ປະເທດ, ເມື່ອ 2 ປະເທດສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ. ທ່ານປະທານປະເທດເຈີນດ້າຍກວາງ ໃຫ້ຮູ້ວ່າ, ເບລາຣຸດ ແມ່ນຄູ່ຮ່ວມມືສຳຄັນຂອງຫວຽດນາມ ໃນປະຊາຄົມບັນດາປະເທດເອກະລາດ.

        “ໃນວິວັດທະນາການນັ້ນ, ປະຊາຄົມວິສາຫະກິດ 2 ປະເທດບໍ່ພຽງແຕ່ແມ່ນເຈົ້າຂອງຂອງວິວັດທະນາການຮ່ວມມືດ້ານເສດຖະກິດເທົ່ານັ້ນ, ຫາກຍັງສວນບົດບາດລິເລີ່ມບັນດາແນວຄວາມຄິດ, ສ້າງກຳລັງໜູນໃໝ່ດ້ານການຄ້າ ແລະ ການລົງທຶນ, ປະກອບສ່ວນປັບປຸງ, ເຮັດໃຫ້ການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 2 ປະເທດໃຫ້ເລິກເຊິ່ງກວ່າ. ຫວຽດນາມ ຊົມເຊີຍ ແລະ ປາດຖະໜາຢາກໄດ້ຮັບບັນດາແຫຼ່ງເງິນລົງທຶນຈາກເບລາຣຸດ, ໂດຍສະເພາະແມ່ນບັນດາຂົງເຂດເຊິ່ງພວກເພື່ອນມີທ່າແຮງ. ລັດຫວຽດນາມ ກໍ່ສົ່ງເສີມວິສາຫະກິດຢູ່ພາຍໃນປະເທດຊອກຫາກາລະໂອກາດຮ່ວມມືລົງທຶນຢູ່ເບລາຣຸດ ໃນຫຼາຍຂົງເຂດ.”

        ກ່າວຄຳເຫັນທີ່ການໂອ້ລົມສົນທະນາ, ທ່ານປະທານາທິບໍດີ Alexander Lukashenko ເນັ້ນໜັກວ່າ, ເບລາຣຸດ ພວມວາງອອກຄາດໝາຍຖືຕະຫຼາດຫວຽດນາມ ແມ່ນຂົວເຊື່ອມຕໍ່ປັບປຸງທີ່ຕັ້ງຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້, ຈາກນັ້ນນຳບັນດາຜະລິດຕະພັນ, ການບໍລິການເຂົ້າຕະຫຼາດບັນດາປະເທດອາຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ