ປະທານປະເທດເຈືອງ ເຕີນຊາງພົບປະກັບການ ນຳປະເທດລັດເຊຍ, ສ.ເກົາຫຼີ, ນິວຊີແລນ
ປະທານປະເທດເຈືອງເຕີນຊາງ ແລະ ປະທານາທິບໍດີລັດເຊຍ V.Putin
(ພາບ: TTXVN)
(vovworld)– ວັນທີ 11/11, ທ່ານປະທານປະເທດເຈືອງເຕີນຊາງ ໄດ້ພົບປະກັບປະທານາທິບໍດີລັດເຊຍ V.Putin, ປະທານາທິບໍດີສ.ເກົາຫຼີ Park Geun hye ແລະທ່ານນາຍົກລັດຖະມົນຕີນິວຊີແລນ John Key ໃນໂອກາດເຂົ້າຮ່ວມກອງປະຊຸມຂັ້ນສູງເວທີປາໄສຮ່ວມມືເສດຖະກິດອາຊີ-ປາຊີຟິກ (ອາເປັກ) ຄັ້ງທີ 22 ຢູ່ປັກກິ່ງ, ປະເທດຈີນ. ທີ່ການພົບປະກັບປະທານາທິບໍດີລັດເຊຍ V.Putin, ການນຳສອງທ່ານໄດ້ແລກປ່ຽນຄຳເຫັນກ່ຽວກັບທິດທາງ ແລະ ບັນດາມາດຕະການລະອຽດເພື່ອແນໃສ່ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ລັດເຊຍ. ສອງຝ່າຍຢືນຢັນຈະສືບຕໍ່ແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆ, ໂດຍສະເພາະແມ່ນຄະນະຜູ້ແທນຂັ້ນສູງ. ການນຳສອງທ່ານຕີລາຄາສູງບັນດາຄວາມຄືບໜ້າໃນການຮ່ວມມືດ້ານເສດຖະກິດລະຫວ່າງສອງປະເທດ, ເຫັນດີຈະປະຕິບັດສຳເລັດການເຈລະຈາ ແລະ ເຊັນສັນຍາການຄ້ານເສລີລະຫວ່າງຫວຽດນາມ ແລະ ສຳພັນທະມິດພາສີລັດເຊຍ-ກາຊັກສະຖານ-ເບລາຣຸດ ໂດຍໄວ.
ທີ່ການພົບປະກັບປະທານາທິບໍດີສ.ເກົາຫຼີ Park Geun hye, ສອງຝ່າຍໄດ້ ແລກປ່ຽນກ່ຽວກັບບັນດາມາດຕະການເຮັດໃຫ້ສາຍພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ສ.ເກົາຫຼີ ເລິກເຊິ່ງຂຶ້ນຕື່ມ, ເຫັນດີສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນເພື່ອຜັນຂະຫຍາຍບັນດາຂໍ້ຕົກລົງທີ່ບັນລຸໄດ້ຢ່າງມີປະສິດທິຜົນ.
ທີ່ການພົບປະກັບທ່ານນາຍົກລັດຖະມົນຕີນິວຊີແລນ John Key, ການນຳສອງທ່ານໄດ້ເຫັນດີຕ້ອງຂຸດຄົ້ນບັນດາຄວາມສາມາດບົ່ມຊ້ອນແຫ່ງການຮ່ວມມືຢ່າງສຸດຂີດ, ຕັ້ງໜ້າຜັນຂະຫຍາຍໂຄງການດຳເນີນງານ 2013-2016 ເພື່ອແນໃສ່ຍູ້ແຮງການພົວພັນຄູ່ຮ່ວມມືຮອບດ້ານຫວຽດນາມ-ນິວຊີແລນ. ສອງຝ່າຍເຫັນດີສືບຕໍ່ຮ່ວມມືຢ່າງຕັ້ງໜ້າ ແລະ ສະໜັບສະໜູນຊື່ງກັນ ແລະ ກັນໃນເວທີປາໄສພາກພື້ນ ແລະ ໂລກ./.