ປະທານປະເທດເຈືອງ ເຕິນຊາງຢ້ຽມຢາມ ແຂວງກວາງນາມ
ທ່ານປະທານປະເທດເຈືອງເຕິນຊາງມອບຂອງຂວັນໃຫ້
ປຊຊ ເຂດຕັ້ງຖິ່ນຖານຄົງທີ່ ກິດຈະກຳເຄື່ອນໄຟຟ້ານ້ຳຕົກແມ່ນ້ຳແຈງ 2
(ພາບ: .tienphong.vn)
(vovworld)- ວັນທີ 15/12, ທ່ານປະທານປະເທດເຈືອງເຕິນຊາງ ພ້ອມດ້ວຍຄະນະປະຕິບັດງານສູນກາງໄດ້ໄປຢ້ຽມຢາມເຂດຕັ້ງຖິ່ນຖານຄົງທີ່ ກິດຈະກຳເຄື່ອນໄຟຟ້ານ້ຳຕົກແມ່ນ້ຳແຈງ 2 ຕາແສງຈ່າດົກ-ເມືອງຈ່າມີເໜືອ-ແຂວງກວາງນາມ ເພື່ອຢື້ຢາມຖາມຂ່າວ ປຊຊ ແລະ ສຳຫຼວດກວດກາຂັ້ນຕອນການເຄື່ອນໄຫວຂອງກິດຈະກຳດັ່ງກ່າວ. ທ່ານປະທານປະເທດເຈືອງເຕິນຊາງ ໄດ້ຕັກເຕືອນວ່າ: ອຳນາດ ການປົກຄອງຂັ້ນຕ່າງໆຈົ່ງເອົາໃຈໃສ່ເບິ່ງແຍງຊີວິດການເປັນຢູ່ຂອງ ປຊຊ ເຂດຕັ້ງຖິ່ນຖານຄົງທີ່ ແລະ ຕ້ອງມີບັນດາມາດຕະການພັດທະນາເສດຖະກິດຄອບຄົວ ແລະ ຊຸກຍູ້ເສດຖະກິດທ້ອງຖິ່ນ, ຍູ້ແຮງການປູກຝັງ ແລະ ລ້ຽງສັດ…
ໃນຕອນບ່າຍຂອງວັນດຽວກັນ, ທ່ານປະທານປະເທດເຈືອງເຕິນຊາງ ໄດ້ໄປຢ້ຽມຢາມ ແລະ ມອບຂອງຂວັນໃຫ້ ປຊຊ ເຂດນ້ຳຖ້ວມຕາແສງດ້າຍຮືງ-ເມືອງດ້າຍລົກ-ແຂວງກວາງນາມ.
ໃນໄລຍະຢູ່ຢ້ຽມຢາມແຂວງກວາງນາມ, ທ່ານປະທານປະເທດເຈືອງເຕິນຊາງ ແລະ ສະພາກາແດງຫວຽດນາມ ໄດ້ມອບຂອງຂັວນ 100 ພູດ ແລະ ງົວ 170 ໂຕໃຫ້ ປຊຊ ທຸກຍາກໃນທົ່ວແຂວງ./.