(vovworld) – ໃນຂອບເຂດການຢ້ຽມຢາມ ແດນມາກ, ຕອນບ່າຍວັນທີ 20/9, ຕາມເວລາແດນມາກ, ທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງ ໄດ້ເຂົ້າຮ່ວມເວທີປາໄສວິສາຫະກິດຫວຽດນາມ-ແດນມາ ແລະ ພົບປະກັບກັບເຈົາຄອງນະຄອນ Copenhaghen. ໃນໂອກາດນີ້, ທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງ ໄດ້ເປັນສັກຂີພິຍານພິທີລົງນາມບົດບັນທຶອຊ່ວຍຈຳລະຫວ່າງການນຳນະຄອນຮ່າໂນ້ຍ ແລະ Copenhaghen ເພື່ອແນໃສ່ເພີ່ມທະວີການຮ່ວມມື, ໜູນຊ່ວຍກັນພັດທະນາໃນບັນດາຂົງເຂດວາງແຜນຜັງ, ກໍ່ສ້າງພື້ນຖານໂຄງລ່າງ, ການເຕີຍບໂຕຂຽວ…ເຂົ້າຮ່ວມ ແລະ ກ່າວປາໄສທີ່ເວທີປາໄສວິສາຫະກິດຫວຽດນາມ-ແດນມາກ, ທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງ ຖືວ່າ: ຫວຽດນາມ ແມ່ນພື້ນຖານເສດຖະກິດມີການເຕີບໂຕໄວ, ພວມເປັນເຈົ້າການ ແລະ ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ. ຫວຽດນາມ ຢາກຍູ້ແຮງການປົວແປງສະພາບແວດລ້ອມແຫ່ງການລົງທຶນເພື່ອແນໃສ່ສ້າງເງື່ອນໄຂສະດວກໃຫ້ບັນດານັກລົງທຶນຕ່າງປະເທດ, ໃນນັ້ນມີບັນດານັກລົງທຶນແດນມາກ. ແດນມາກ ພວມກາຍເປັນຄູ່ຮ່ວມມືເສດຖະກິດສຳຄັນອັນດັບໜຶ່ງຂອງຫວຽດນາມ ຢູ່ເອີລົບເໜືອ ແລະ ອີຢູ. ທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງ ເນັ້ນໜັກວ່າ:
“ຄວາມສາມາດບົ່ມຊ້ອນຮ່ວມມືລະຫວ່າງຫວຽດນາມ ແລະ ແດນມາກ ຍັງໃຫ່ຍຫຼວງຢູ່. ຂ້າພະເຈົ້າຖືວ່າ: ປະຈຸບັນແມ່ນຈຸດເວລາທີ່ສອງປະເທດພວກເຮົາມີກາລະໂອກາດຊຸກຍູ້ການຮ່ວມມືພັດທະນາເສດຖະກິດ. ແດນມາກ ແມ່ນພື້ນຖານເສດຖະກິດພັດທະນາ, ມີແຫຼ່ງທຶນ ແລະ ຄວາມສາມາດບົ່ມຊ້ອນດ້ານວິທະຍາສາດ-ເຕັກໂນໂລຊີພັດທະນາ ໃນຂະນະທີ່ຫວຽດນາມ ມີທ່າແຮງໃນການຜະລິດກະສິກຳ, ມີແຫຼ່ງຊັບພະຍາກອນມະນຸດຫຼວງຫຼາຍ,ມີສີມືດີ ແລະ ພີເສດແມ່ນມີຕະຫຼາດຈຳໜ່າຍກ້ວາງຂວາງ. ບັນດາຂົງເຂດທີ່ພວກເພື່ອນມີທ່າແຮງ ແມ່ນບັນດາຂົງເຂດຊື່ງຫວຽດນາມ ພວກຕ້ອງການ ແລະ ຢາກຊຸກຍູ້ການຮ່ວມມືໃນໄລຍະຈະມາເຖິງ“.
ກ່ອນໜ້ານັ້ນ, ຄືໃນຕອນຄຳ່ວັນທີ 19/9, ຕາມເວລາ ຫວຽດນາມ, ທ່ານປະທານປະເທດ ຫວຽດນາມ ເຈືອງເຕີນຊາງ ພົບປະກັບທ່ານປະທານສະພາແຫ່ງຊາດ ແດນມາກ Mogens Lykkentoft. ທີ່ການພົບປະ, ທ່ານປະທານປະເທດ ເຈືອງເຕີນຊາງ ຕີລາຄາສູງແຫຼ່ງທຶນ ODA ຊ່ວຍເຫຼືອລ້າຂອງ ແດນມາກ ທີ່ສະຫງວນໃຫ້ແກ່ ຫວຽດນາມ ໄດ້ປະກອບສ່ວນສຳຄັນໃນການປັບປຸງເງື່ອນໄຂດຳລົງຊີວິດຂອງປະຊາຊົນເຂດຊົນນະບົດ, ເຂດຫ່າງໄກຊອກຫຼີກ, ກໍ່ຄືຍົກສູງຄວາມສາມາດຂອງບັນດາອົງການຂອງ ຫວຽດນາມ ທີ່ກ່ຽວຂ້ອງເຖິງຂົງເຂດຕ່າງໆຄື: ການບໍລິຫານລັດ, ການປະຕິຮູບດ້ານການບໍລິຫານ... ທ່ານປະທານສະພາແຫ່ງຊາດ ແດນມາກ Mogens Lykkentoft ຢືນຢັນການຢ້ຽມຢາມຂອງປະທານປະເທດ ເຈືອງເຕີນຊາງ ເຖິງ ແດນມາກ ຈະເປີດໄລຍະຮ່ວມມືໃໝ່, ຮອບດ້ານ ແລະ ເລິກເຊິ່ງລະຫວ່າງ 2 ປະເທດກ່ວາອີກ. ທີ່ການພົບປະ, 2 ຝ່າຍກໍ່ສະແດງຄວາມພາກພຸມໃຈກ່ຽວກັບການພົວພັນຮ່ວມມືລະຫວ່າງລັດຖະສະພາ 2 ປະເທດ, ຊົມເຊີຍເລື່ອງສືບຕໍ່ຜັນຂະຫຍາຍບັນດາຂໍ້ລິເລີ່ມ ແລະ ການຮ່ວມມື. ຕອນບ່າຍ ແລະ ຕອນຄຳ່ວັນທີ 19/9, ຕາມເວລາ ຫວຽດນາມ, ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ລົງຢ້ຽມຢາມສະຖາບັນຄົ້ນຄ້ວາສະພາບນ້ຳຢູ່ທົ່ງນາ, ຕ້ອນຮັບການນຳກຸ່ມບໍລິສັດວິສາຫະກິດຈຳນວນໜຶ່ງ ແລະ ການນຳມະຫາວິທະຍາໄລດຳເນີນທຸລະກິດ Niels Brock.
ເນື່ອງໃນໂອກາດນີ້, ຫວຽດນາມ ແລະ ແດນມາກ ໄດ້ອອກຖະແຫຼງການຮ່ວມ, ໃນນັ້ນເຫັນດີເປັນເອກະສັນຍົກລະດັບການພົວພັນ 2 ຝ່າຍຂຶ້ນເປັນຄູ່ຮ່ວມມືຍຸດທະສາດ, ສ້າງຂອບເຂດລວມໃຫ້ແກ່ການເປີດກ້ວາງ ແລະ ປັບປຸງການພົວພັນຮ່ວມມື 2 ຝ່າຍໃນບັນດາຂົງເຂດທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. 2 ຝ່າຍຊົມເຊີຍເລື່ອງເລີ່ມດຳເນີນການເຈລະຈາສັນຍາການຄ້າເສລີ (FTA) ລະຫວ່າງ ອີຢູ ແລະ ຫວຽດນາມ ໃນເດືອນ 6/2012 ໃນອາຍຸການເປັນປະທານ ອີຢູ ຂອງແດນມາກ ແລະ ສະໜັບສະໜູນເລື່ອງສ້າງສຳເລັກສັນຍາ FTA ທີ່ມີຄວາມດຸ່ນດຽງ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດໂດຍໄວ. 2 ຝ່າຍຈະເພີ່ມທະວີການຮ່ວມມືມຸ່ງໄປເຖິງເລື່ອງຮັບຮູ້ກົດລະບຽບເສດຖະກິດການຕະຫຼາດສຳລັບ ຫວຽດນາມ ໃນໄລຍະໄວທີ່ສຸດ. ຫວຽດນາມ - ແດນມາກ ກໍ່ເພີ່ມທະວີການຮ່ວມມືໃນຂົງເຂດອາກາດ, ພະລັງງານ, ສິ່ງແວດລ້ອມ ແລະ ເຕີບໂຕຂຽວ...