ທ່ານປະທານປະເທດ ເຈືອງເຕີນຊາງຕ້ອນຮັບ ປະທານສະພາສູງ ກຳປູເຈຍ Samdech Say Chhum
|
(vovworld)- ທີ່ການຕ້ອນຮັບ ປະທານສະພາສູງ ກຳປູເຈຍ Samdech Say Chhum ໃນຕອນບ່າຍ ວັນທີ 16/12, ທ່ານປະທານປະເທດ ເຈືອງເຕີນຊາງ ສະແດງຄວາມປິຕິຊົມຊື່ນຕໍ່ບັນດາຜົນງານຊື່ງ ກຳປູເຈຍ ບັນລຸໄດ້ໃນໄລຍະຜ່ານມາ ແລະຕີລາຄາສູງບັນດາໝາກຜົນການຮ່ວມມືອັນດີງາມລະຫວ່າງສອງປະເທດ. ທ່ານປະທານປະເທດ ຊົມເຊີຍໝາກຜົນການເຈລະຈາລະຫວ່າງປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊີງຮຸ່ງ ແລະ ປະທານສະພາສູງ ກຳປູເຈຍ Samdech Say Chhum ພ້ອມທັງເຊື່ອໝັ້ນວ່າ ສອງຝ່າຍຈະຍູ້ແຮງການຮ່ວມມືກວ່າອີກໃນຂົງເຂດນິຕິບັນຍັດເວົ້າສະເພາະ ແລະ ການຮ່ວມມືຫລາຍດ້ານລະຫວ່າງສອງປະເທດເວົ້າລວມ.
ສ່ວນທ່ານປະທານສະພາສູງ ກຳປູເຈຍ Samdech Say Chhum ແບ່ງປັນກ່ຽວກັບສະພາບການຢູ່ ກຳປູເຈຍ ໃນໄລຍະມໍ່ໆມານີ້ ມີສ່ວນບຸກຄົນຈຳນວນຫນຶ່ງຂຶ້ນກັບພັກຝ່າຍຄ້ານມີການກະທຳແບ່ງແຍກ, ລະເມີດກົດໝາຍ. ທ່ານ Say Chhum ເນັ້ນຫນັກວ່າ ນັ້ນບໍ່ແມ່ນການເຄື່ອນໄຫວດ້ານການເມືອງ ຫາກແມ່ນການລະເມີດກົດໝາຍ.