ປະທານປະເທດເຈືອງເຕິ໋ນຊາງຕ້ອນຮັບປະທານສະມາຄົມມິດຕະພາບຟິລິບປີນ-ຫວຽດນາມ
(ທ່ານປະທານປະເທດ ເຈືອງເຕິ໋ນຊາງ)
(vovworld) - ເນືອ່ງໃນໂອກາດເຂົ້າຮ່ວມສັບປະດາຂັ້ນສູງ APEC 23 ຢູ່ມານີລາ, ຕອນເຊົ້າວັນທີ 17/11, ທ່ານປະທານປະເທດ ເຈືອງເຕິ໋ນຊາງ ໃຫ້ການຕ້ອນຮັບ ປະທານສະມາຄົມມິດຕະພາບຟິລິບປີນ-ຫວຽດນາມ Eddie Harde ເຂົ້າຢ້ຽມຄຳນັບ. ທີ່ການຕ້ອນຮັບ, ທ່ານປະທານປະເທດຕີລາຄາສູງເລື່ອງສະມາຄົມມິດຕະພາບໄດ້ຮັບການສ້າງຕັ້ງຢູ່ສອງປະເທດໃນປີ 2014, ນີ້ແມ່ນການເຄື່ອນໄຫວທີ່ຈຳເປັນ, ທັນການ ແລະ ມີຄວາມໝາຍ, ສ້າງໂອກາດຮ່ວມມືໃນຫຼາຍຂົງເຂດ, ພິເສດແມ່ນການທ່ອງທ່ຽວ, ການຄ້າ, ການລົງທຶນ ແລະ ວັດທະນະທຳ ສຶກສາ. ທ່ານປະທານປະເທດ ເຈືອງເຕິ໋ນຊາງ ສະເໜີສອງຝ່າຍເພີ່ມທະວີການສົມທົບກັນຈັດຕັ້ງບັນດາການເຄື່ອນໄຫວພົບປະແລກປ່ຽນປະຊາຊົນ ແລະ ວັດທະນະທຳ ເພື່ອແນໃສ່ເພີ່ມທະວີຄວາມເຂົ້າອົກເຂົ້າໃຈລະຫວ່າງປະຊາຊົນສອງປະເທດ. ສ່ວນທ່ານ ປະທານສະມາຄົມມິດຕະພາບຟິລິບປີນ-ຫວຽດນາມ Eddie Harde ກໍ່ປາຖະໜາວ່າ, ຟິລິບປີນ - ຫວຽດນາມ ສືບຕໍ່ເພີ່ມທະວີການຮ່ວມມື, ຊຸກຍູ້ການພົບປະແລກປ່ຽນປະຊາຊົນ, ສ້າງປະຖົມປັດໃຈໃຫ້ແກ່ການພັດທະນາການຮ່ວມມືໃນຫຼາຍຂົງເຂດ.