ປະທານປະເທດເຈືອງເຕີນຊາງຕ້ອນຮັບເລຂາທິການໃຫຍ່ສູນບັນດາຄົນງານກູບາ
ພາບປະກອບ
|
(vovworld) – ຕອນເຊົ້າວັນທີ 1/4, ທີ່ສຳນັກງານປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ເຈືອງເຕີນຊາງ ໄດ້ໃຫ້ການຕ້ອນຮັບທ່ານ Ulises Giularte de Nascimiento, ກຳມະການຄະນະບໍລິຫານງານສູນກາງພັກກອມມູນິດ ກູບາ, ກຳມະການສະພາແຫ່ງລັດ, ກຳມະການສະພາແຫ່ງຊາດ, ເລຂາທິການໃຫຍ່ສູນບັນດາຄົນງານ ກູບາ ທີ່ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
ທີ່ການຕ້ອນຮັບ, ທ່ານປະທານປະເທດ ເຈືອງເຕີນຊາງ ໃສ່ໃຈວ່າ: ສະຫະພັນໃຫຍ່ແຮງງານ ຫວຽດນາມ ແລະ ສູນບັນດາຄົນງານ ກູບາ ໄດ້ພົວພັນແລກປ່ຽນຊອກຫາບົດຮຽນທີ່ດີໃນການຈັດຕັ້ງການເຄື່ອນໄຫວປົກປ້ອງສິດຜົນປະໂຫຍດຂອງຄົນງານ, ພ້ອມກັນນັ້ນໃນວຽກງານກໍ່ສ້າງພັກຕ້ອງເປັນເຈົ້າການຕໍ່ສູ້, ແກ້ໄຂບັນດາສິ່ງທ້າທາຍທີ່ໄດ້ວາງອອກ, ນັ້ນແມ່ນການຊຸດໂຊມຂອງພາກສ່ວນໜຶ່ງໃນຖັນແຖວ…
ທ່ານເລຂາທິການໃຫຍ່ Ulises Giularte de Nascimiento ແຈ້ງໃຫ້ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ຮັບຊາບກ່ຽວກັບບາງໝາກຜົນຂອງການພົວພັນແລກປ່ຽນກັບສະຫະພັນໃຫຍ່ແຮງງານ ຫວຽດນາມ ແລະ ກຳນົດທິດກ່ຽວກັບການພັດທະນາອົງການກຳມະບານຕາມຈິດໃຈຂອງກອງປະຊຸມໃຫຍ່ຄັ້ງທີ 6 ຂອງພັກກອມມູນິດ ກູບາ. ໃນການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ ຄັ້ງນີ້, ຄະນະຫວັງວ່າໄດ້ແລກປ່ຽນ, ຮ່ຳຮຽນເອົາບົດຮຽນກ່ຽວກັບການດຶງດູດການລົງທຶນ, ຈັດຕັ້ງການເຄື່ອນໄຫວຂອງອົງການກຳມະບານ, ກຳມະກອນໃນບັນດາເຂດອຸດສາຫະກຳ ແລະ ບັນດາວິສາຫະກິດຕ່າງປະເທດ ເພື່ອແນໃສ່ຕອບສະໜອງບັນດາຈຸດໝາຍພັດທະນາຂອງ ກູບາ ໃນໄລຍະໃໝ່.