ປະທານປະເທດເຈືອງເຕີນຊາງພົບປະກັບຄົນງານດີເດັ່ນຂະແໜງນ້ຳມັນອາຍແກສ
ປະທານປະເທດເຈືອງເຕີນຊາງພົບປະກັບຄົນງານດີເດັ່ນຂະແໜງ
ນ້ຳມັນອາຍແກສ
|
(vovworld) - ທີ່ການພົບປະໃນຕອນບ່າຍວັນທີ 18/5, ບັນດາຜູ້ແທນໄດ້ລາຍງານຕໍ່ປະທານປະເທດ ກ່ຽວກັບຜົນງານໃນການແຂ່ງຂັນ “ຄົນງານເກັ່ງ”, “ຄົນງານມີຫົວຄິດປະດິດສ້າງ” ແຂ່ງຂັນ “ສຳເລັດຜົນໂດຍໄວ”, ປະຕິບັດການປະຕິຮູບດ້ານບໍລິຫານ, ປະຕິບັດການປະຢັດ, ຕ້ານການຟຸມເຟືອຍ, ປະຕິບັດຕາມແບບຢ່າງຄຸນສົມບັດປະທານ ໂຮ່ຈີມິນ. ອວຍພອນ ແລະ ຍ້ອງຍໍຊົມເຊີຍບັນດາແບບຢ່າງຄົນງານດີເດັ່ນ, ທ່ານປະທານປະເທດ ຖືວ່າຂະແໜງນ້ຳມັນອາຍແກສ ຈັດຕັ້ງພິທີຍ້ອງຍໍຊົມເຊີຍຄົນງານຂະແຫຼງນ້ຳມັນອາຍແກສດີເດັ່ນ ແລະ ບັນດາໝູ່ຄະນະ, ສ່ວນບຸກຄົນດີເດັ່ນໃນການປະຕິບັດຄຳສັ່ງເລກທີ 03 ຂອງກົມການເມືອງກ່ຽວກັບການສືບຕໍ່ຮ່ຳຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດ ໂຮ່ຈີມິນ ແມ່ນວຽກງານມີຄວາມໝາຍທີ່ສຸດ ກົງກັບໂອກາດສະເຫຼີມສະຫຼອງ 125 ປີແຫ່ງວັນຄ້າຍວັນເກີດປະທານ ໂຮ່ຈີມິນ. ທ່ານປະທານປະເທດ ເຈືອງເຕີນຊາງ ໃສ່ໃຈໃນສະພາບການເຊື່ອມໂຍງ, ຂະແໜງນ້ຳມັນອາຍແກສຕ້ອງສືບຕໍ່ບື່ນຕົວຂຶ້ນປ່ຽນໃໝ່ເຕັກໂນໂລຢີ, ຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດເປີດກ້ວາງການຮ່ວມມືກັບປະເທດຕ່າງໆ, ພ້ອມທັງເປັນເສນາທິການໃຫ້ແກ່ພັກ, ລັດກ່ຽວກັບຍຸດທະສາດສຳລັບຂະແໜງນ້ຳມັນອາຍແກສ ເພື່ອນຳຂະແໜງນ້ຳມັນອາຍແກສກາຍເປັນຂະແໜງເສດຖະກິດປາຍແຫຼມຢ່າງແທດຈິງ, ປະກອບສ່ວນໃຫ້ການພັດທະນາລວມຂອງປະເທດຊາດ.