ປະທານປະເທດເຈືອງເຕີນຊາງພົບປະກັບພະນັກງານສານຜ່ານໄລຍະຕ່າງໆ

ປະທານປະເທດເຈືອງເຕີນຊາງພົບປະກັບພະນັກງານສານຜ່ານໄລຍະຕ່າງໆ - ảnh 1
(ທ່ານປະທານປະເທດເຈືອງເຕີນຊາງ
ພົບປະກັບພະນັກງານສານຜ່ານໄລຍະຕ່າງໆ)


(vovworld) – ຕອນ​ເຊົ້າ​ວັນ​ທີ 08/09, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ, ​ໄດ້​ມີ​ການ​ພົບ​ປະ​ກັບ​ອະ​ດີດພະນັກງານ, ພະນັກງານ​ຫຼັກ​ແຫຼ່ງຂອງ​ສານ​ປະຊາຊົນ​ຜ່ານ​ໄລ​ຍະ​ຕ່າງໆ. ຕີ​ລາຄາ​ສູງ​ບັນດາ​ຜົນງານ​ອັນ​ໃຫຍ່​ຫຼວງ​ເຊິ່ງສານ​ປະຊາຊົນບັນ​ລຸ​ໄດ້ໃນ​ຕະຫຼອດ 70 ປີຜ່ານມາ, ທ່ານ​ປະທານ​ປະທານ​ປາດຖະໜາ​ວ່າ, ບັນດາ​ອະ​ດີດພະນັກງານ, ພະນັກງານ​ຫຼັກ​ແຫຼ່ງຂອງ​ສານ​ປະຊາຊົນ​ຜ່ານ​ໄລ​ຍະ​ຕ່າງໆ ສືບ​ຕໍ​່ປະກອບ​ຄວາ​ມຄິດ​ຄວາມເຫັນ​ຕໍ່​ພັກ, ລັດ, ຕັ້ງ​ໜ້າປະກອບສ່ວນ​ເຂົ້າ​ໃນ​ພາລະກິດ​ປ່ຽນ​ໃໝ່​ປະ​ເທດ​ຊາດ​, ປັບປຸງ​ພື້ນຖານ​ຍຸຕິ​ທຳ​ຢ່າງ​ແຮງ. ທ່ານ​ປະທານ​ປະ​ເທດ ຢືນຢັນ​ວ່າ, ພັກ, ລັດ, ປະຊາຊົນ ​ເຊື່ອ​ໝັ້ນ​ວ່າ, ບັນດາ​ສານ​ປະຊາຊົນ ຈະສືບ​ຕໍ່ສູ້​ສົນ​ປະຕິບັດສຳ​ເລດ​ບັນດາ​ໜ້າ​ທີ່​ທີ່​ໄດ້​ຮັບ​ມອບ​ໝາຍ​ຢ່າງ​​ດີ​ເລີດ, ​ເໝາະ​ສົມກັບ​ທີ່​ຕັ້ງ​ແມ່ນ​ອົງການ​ພິພາກສາ​ຂອງສສ.ຫວຽດນາມ.

ຂ່າວ/ບົດ​ອື່ນ