ປະທານປະເທດເຈືອງເຕີນຊາງພົບປະສັງສັນກັບຄະນະຕິດຕໍ່ພົວພັນກອງພົນໃຫຍ່2
ປະທານປະເທດເຈືອງເຕີນຊາງພົບປະສັງສັນກັບຄະນະຕິດຕໍ່
ພົວພັນກອງພົນໃຫຍ່2
|
(vovworld) – ເພື່ອມຸ່ງໄປເຖິງການສະເຫຼີມສະຫຼອງ 40 ປີແຫ່ງວັນປົດປ່ອຍພາກໃຕ້, ໂຮມປະເທດຊາດເປັນເອກະພາບ, ຕອນເຊົ້າວັນທີ 29/3, ທີ່ສຳນັກງານປະທານປະເທດ, ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ພົບປະສັງສັນກັບຄະນະຕິດຕໍ່ພົວພັນກອງພົນໃຫຍ່ 2. ນີ້ແມ່ນໜຶ່ງໃນບັນດາກົມກອງຕົ້ນຕໍບຸກເຂົ້າທຳນຽບ ເອກະລາດ ຈັບຕົວຄະນະລັດຖະບານອຳນາດການປົກຄອງ ໄຊງ່ອນ, ປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນໄຊຊະນະຂອງບັ້ນຮົບ ໂຮ່ຈີມິນປະຫວັດສາດ.
ຕີລາຄາສູງຄະນະຕິດຕໍ່ພົວພັນກອງພົນໃຫຍ່ 2 ໄດ້ຈັດຕັ້ງການເຄື່ອນໄຫວອວາຍເມືອຫາກົກເຂົ້າເຫງົ້າກໍ່ທີ່ມີຄວາມໝາຍທີ່ສູດໃນໂອກາດສະເຫຼີມສະຫຼອງ 40 ປີແຫ່ງວັນປົດປ່ອຍພາກໃຕ້, ໂຮມປະເທດຊາດເປັນເອກະລາດ. ທ່ານປະທານປະເທດ ຫວັງວ່າ: ບັນດານັກຮົບເກົ່າສືບຕໍ່ປະກອບສ່ວນເຂົ້າໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດໃນໄລຍະພັດທະນາໃໝ່. ທ່ານກ່າວວ່າ:
“ເພື່ອນຮ່ວມກົມກອງຫຼາຍຄົນໄດ້ເສຍສະຫຼະຊີວິດເພື່ອປະກອບສ່ວນໃຫ້ໄຊຊະນະວັນທີ 30/4 ແລະ ວິລະກຳຕ່າງໆເພື່ອໃຫ້ມີປະເທດຊາດພັດທະນາຄືປະຈຸບັນ. ດ້ວຍຖານະເປັນບັນດາຜູ້ເຂົ້າຮ່ວມບັ້ນຮົບ, ຫວັງວ່າບັນດາສະຫາຍປະກອບສ່ວນເຂົ້າໃນວຽກງານຂອງຄະນະພັກ, ອຳນາດການປົກຄອງທ້ອງຖິ່ນກ່ຽວກັບດ້ານຕ່າງໆ ບົນຈິດໃຈປະຕິວັດ, ແນວທາງຂອງພັກ ແລະ ລັດໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດໃນປະຈຸບັນ.”