(ທ່ານປະທານປະເທດຫວຽດນາມ ເຈືອງເຕີ໋ນຊາງ ລົງຢ້ຽມຢາມ
ອວຍພອນບຸນເຕັດພະນັກງານ ນັກຮົບສະຖາບັນພະລາທິການ)
(vovworld) – ຕອນເຊົ້າວັນທີ 29/01, ທ່ານປະທານປະເທດຫວຽດນາມ ເຈືອງເຕີ໋ນຊາງ ລົງຢ້ຽມຢາມ, ອວຍພອນບຸນເຕັດພະນັກງານ, ນັກຮົບສະຖາບັນພະລາທິການ. ທ່ານປະທານປະເທດ ປາດຖະໜາວ່າ: ສະຖາບັນພະລາທິການຄວນສືບຕໍ່ເສີມຂະຫຍາຍມູນເຊື້ອເປັນເຈົ້າການມີຫົວຄິດປະດິດສ້າງ, ສອນດີ ແລະ ຮຽນເກັ່ງໃນ 65 ປີຜ່ານມາ, ສົມເປັນສູນກາງສຶກສາ, ກໍ່ສ້າງ, ຄົ້ນຄວ້າວິທະຍາສາດດ້ານພະລາທິການການເງິນທີ່ເປັນແຖວໜ້າຂອງກອງທັບ, ຕອບສະໜອງທຸກໜ້າທີ່ວຽກງານໃນສະພາບການໃໝ່. ທ່ານປະທານປະເທດ ເຈືອງເຕີ໋ນຊາງ ຊີ້ແຈ້ງວ່າ:
“ສະຖາບັນພະລາທິການຕ້ອງໃກ້ຊິດຕິດແທດກັບໜ້າທີ່ກໍ່ສ້າງກອງທັບ ແລະ ວຽກງານຮັບປະກັນພະລາທິການ, ການເງິນຂອງກອງທັບໃນສະພາບການໃໝ່. ສະຖາບັນຄວນສືບຕໍ່ປ່ຽນໃໝ່ລາຍການ, ເນື້ອໃນ, ວິທີການສອນ ແລະ ຮຽນ, ຈັດຕັ້ງຂະບວນການສອນດີ, ຮຽນເກັ່ງ, ຝຶກຝົນຫຼໍ່ຫຼອມໃຫ້ດີ ເພື່ອຍົກສູງຄຸນນະພາບການສຶກສາບຳລຸງສ້າງຮອບດ້ານ. ພ້ອມກັນນັ້ນ ຍູ້ແຮງວຽກງານຄົ້ນຄວ້າວິທະຍາສາດ, ສະຫລຸບພຶດຕິກຳຕົວຈິງກ່ຽວກັບວຽກງານຮັບປະກັນພະລາທິການກອງທັບໃນເງື່ອນໄຂໃໝ່”