(vovworld) - ໃນລະຫວ່າງວັນທີ 05 – 06/07, ທ່ານປະທານປະເທດ ເຈືອງເຕີນຊາງ ແລະ ຄະນະປະຕິບັດງານສູນກາງໄດ້ລົງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງທ໋າຍງວຽນ. ເມື່ອລົງຢ້ຽມຢາມຕາແສງ ລາບັ່ງ, ເຂດພູດອຍທາງທິດຕາເວັນຕົກຂອງເມືອງ ດ້າຍຕື່, ທ່ານປະທານປະເທດ ຖືວ່າ, ໃນໄລຍະຈະມາເຖິງຕາແສງ ລາບັ່ງ ຕ້ອງເສີມຂະຫຍາຍທ່າແຮງໃນການປູກຊາ, ພ້ອມທັງພັດທະນາເສດຖະກິດສວນ, ຕິດພັນກັບການນຳໃຊ້ວິທະຍາສາດເຕັກນິກ, ພັດທະນາຂະແໜງອາຊີບໃໝ່ເພື່ອຍົກສູງຄຸນນະພາບຊີວິດການເປັນຢູ່ໃຫ້ແກ່ປະຊາຊົນ. ທ່ານປະທານປະເທດໄດ້ລົງກວດກາວິສາຫະກິດ 2 ແຫ່ງທີ່ພວມເຄື່ອນໄຫວໃນບໍລິເວນແຂວງທ໋າຍງວຽນ ນັ້ນແມ່ນໂຮງງານເອເລັກໂຕນິກ Sam Sung ທ໋າຍງວຽນ ແລະ ບໍລິສັດຜະລິດຊັບພະຍາກອນໂລຫະ ນຸຍຟ໋າວ. ທ່ານປະທານປະເທດ ຊົມເຊີຍບໍລິສັດ Sam Sung ໄດ້ເລືອກຫວຽດນາມ ແມ່ນສະຖານທີ່ລົງທຶນຍຸດທະສາດ ແລະ ຢັ້ນຢືນວ່າ ຍາມໃດລັດຖະບານຫວຽດນາມ ກໍໜູນຊ່ວຍເພື່ອໃຫ້ Sam Sung ພັດທະນາ.
ເມື່ອເຮັດວຽກກັບການນຳແຂວງທາຍງວຽນ, ທ່ານປະທານປະເທດ ເຈືອງເຕີນຊາງ ຖືວ່າ, ແຂວງ ທ໋າຍງວຽນ ຕ້ອງເອົາໃຈໃສ່ລົງທຶນພັດທະນາພື້ນຖານໂຄງລ່າງ ຍ້ອນນີ້ແມ່ນເງື່ອນໄຂເພື່ອໃຫ້ແຂວງພັດທະນາໄວກວ່າ. ທ່ານປະທານປະເທດ ສະເໜີໃຫ້ແຂວງ ທ໋າຍງວຽນ ມານະພະຍາຍາມກວ່າອີກໃນການດຶງດູດການລົງທຶນ ແລະ ສ້າງຕັ້ງບັນດາວິສາຫະກິດຢູ່ກັບທີ່ເຄື່ອນໄຫວໃນຂົງເຂດສຳຮອງ. ທ່ານປະທານປະເທດເນັ້ນໜັກວ່າ, ດ້ວຍໝາກຜົນທີ່ບັນລຸໄດ້ໃນຫຼາຍປີຜ່ານມາ, ທ໋າຍງວຽນ ອາດສາມາດສ້າງຕັ້ງສູນອຸດສາຫະກຳດ້ວຍລະກັບສູງກວ່າໄດ້. ທ່ານປະທານປະເທດຖືວ່າ, ໃນໄລຍະຈະມາເຖິງ, ທ໋າຍງວຽນ ຕ້ອງເອົາໃຈໃສ່ເຖິງການບຳລຸງສ້າງຖັນແຖວນາຍຊ່າງທີ່ມີຊີມືດີ, ມີຄວາມສາມາດບົ່ມຊ້ອນຢ່າງພຽງພໍເພື່ອຕອບສະໜອງວິວັດການພັດທະນາອຸສາຫະກຳ.