ປະທານປະເທດເຈືອງເຕີນຊາງຢ້ຽມຢາມແລະເຮັດວຽກຢູ່ແຂວງບັກຢາງ
ປະທານປະເທດເຈືອງເຕີນຊາງຢ້ຽມຢາມແລະເຮັດວຽກຢູ່ແຂວງບັກຢາງ
(vovworld) – ວັນທີ 19/8, ທ່ານປະທານປະເທດ ເຈືອງເຕີນຊາງ ແລະ ຄະນະປະຕິບັດງານໄດ້ລົງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ບັກຢາງ. ເມື່ອເຮັດວຽກກັບພະນັກງານຫຼັກແຫຼ່ງຂອງແຂວງ, ທ່ານປະທານປະເທດ ເນັ້ນໜັກວ່າ: ໄປຄຽງຄູ່ກັບການພັດທະນາກະສິກຳ, ແຂວງຕ້ອງເອົາໃຈໃສ່ເປັນພິເສດເຖິງບັນຫາເຕີບໂຕໃນຂົງເຂດກະສິກຳ, ຍ້ອນວ່ານີ້ມີຄວາມໝາຍສັງຄົມສຳຄັນສຳລັບພໍ່ແມ່ປະຊາຊົນຊາວກະສິກອນປະກອບສ່ວນຮັບປະກັນຄວາມໝັ້ນຄົງໃນສັງຄົມ, ຮັບປະກັນປ້ອງກັນຊາດ - ປ້ອງກັນຄວາມສະຫງົບ. ກ່າວຄຳເຫັນນະທີ່ນີ້, ທ່ານປະທານປະເທດຖືວ່າ ແຂວງ ບັກຢາງ ຄວນສ້າງບັນດາຜະລິດຕະພັນມີເຄື່ອງໝາຍການຄ້າສ້າງການເຕີບໂຕໃນຂົງເຂດກະສິກຳ.
“ການເຕີບໂຕໃນຂົງເຂດກະສິກຳກ່ຽວຂ້ອງເຖິງການກໍ່ສ້າງຊົນນະບົດໃໝ່, ເຊິ່ງການກໍ່ສ້າງຊົນນະບົດໃໝ່ຈະນຳມາເຊິ່ງຜົນປະໂຫຍດໃຫ້ຊາວກະສິກອນ. ປະສິດທິຜົນນຳມາເຊິ່ງປະສິດທິຜົນແທດຈິງໃຫ້ແກ່ປະຊາຊົນ. ການເຕີບໂຕໃນຂົງເຂດກະສິກຳຊ່ວຍໃຫ້ປະຊາຊົນສ້າງຄວາມຮັ່ງມີຢ່າງແທດຈິງ, ຄວາມໝາຍອັນໃຫຍ່ຫຼວງຂອງສັງຄົມແມ່ນເຮັດໃຫ້ປະຊາຊົນອູ່ນອ່ຽນໃຈ, ສັງຄົມມີສະຖຽນລະພາບ, ຈາກນັ້ນຈຶ່ງຮັບປະກັນການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ. ສິ່ງສຳຄັນທີ່ສຸດແມ່ນຕ້ອງມີຄວາມເຊື່ອໝັ້ນຕໍ່ລະບອບ, ພັກ ແລະ ລັດ”
ທ່ານປະທານປະເທດ ເຈືອງເຕີນຊາງ ສະເໜີໃຫ້ແຂວງ ບັກຢາງ ດຶງດູດການລົງທຶນເຂົ້າຂົງເຂດກະສິກຳ, ປ່ຽນຜົນລະປູກສັດລ້ຽງຕິດພັນກັບການນຳໃຊ້ວິທະຍາສາດ, ເຕັກໂນໂລຢີ, ເຕັກນິກການປູກໃໝ່, ເອົາໃຈໃສ່ເຖິງປັດໄຈຫັນຕະຫຼາດເປັນຫຼາຍຮູບຫຼາຍແບບ, ຍ້ອນວ່າປະເທດໄດ້ ແລະ ພວມເຊື່ອມໂຍງຢ່າງເລິກເຊິ່ງ ກ້ວາງຂວາງກັບໂລກ ຈະແມ່ນກາລະໂອກາດ ແລະ ກໍ່ແມ່ນການທ້າທາຍ.