ປະທານປະເທດເຈືອງເຕີ໋ນຊາງຢ້ຽມຢາມແລະເຮັດວຽກຢູ່ແຂວງຮ່າຢາງ

ປະທານປະເທດເຈືອງເຕີ໋ນຊາງຢ້ຽມຢາມແລະເຮັດວຽກຢູ່ແຂວງຮ່າຢາງ - ảnh 1
(ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ​ໄດ້ມອບງົວ​ແນວ​ພັນ 20 ​
ໂຕ​​ໃຫ້​ບັນດາ​ຄອບຄົວ​ທີ່​ທຸກ​ຍາກ​ຂຶ້ນ​ກັບ​ບັນດາ​ຕາ​ແສງ ​ແທງ​ຖຸຍ)


(vovworld) – ວັນ​ທີ 10/12, ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີ໋ນຊາງ ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ແຂ​ວງ ຮ່າ​ຢາງ, ກວດກາ​ສະພາບ​ການ​ພັດທະນາ​ເສດຖະກິດ - ສັງຄົມ, ຮັບປະກັນ​ດ້ານ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ, ກໍ່ສ້າງ​ຊົນນະບົດ​ໃໝ່​ຢູ່​ບາງ​ຕາ​ແສງ​ໃນ​ເຂດ​ຊາຍ​ແດນ. ຢູ່ຕາ​ແສງ ມິ​ງ​ເຕີນ, ​ເມືອງ ວິ​ຊວຽນ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ​ໄດ້​ຢ້ຽມຢາມ​ຖາມ​ຂ່າວ, ປຸກລະດົມ​ຊອກ​ຮູ້​ຊີວິດ​ການ​ເປັນ​ຢູ່​ຂອງ​ພໍ່​ແມ່​ປະຊາ​ຊົນ​ແຫ່ງ​ນີ້. ຫລັງ​ຈາກ​ນັ້ນ ທີ່​ພິທີ​ມອບ​ງົວ​ໃນ​ໂຄງການ “ງົວ​ແນວ​ພັນ​ຊ່ວຍ​ຄົນ​ທຸກ​ຍາກ​ເຂດ​ຊາຍ​ແດນ”, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ​ໄດ້ມອບ​ແນວ​ພັນງົວ 20 ​ໂຕ​ໂດຍ​ກົງ​ໃຫ້​ບັນດາ​ຄອບຄົວ​ທີ່​ທຸກ​ຍາກ​ຂຶ້ນ​ກັບ​ບັນດາ​ຕາ​ແສງ ​ແທງ​ຖຸຍ, ລາວ​ຈາ​ຍ, ຊີ໋ນຈາ​ຍ ​ແລະ ​ແທງ​ດຶກ.

        ​ແລະ​ໃນ​ວັນ​ດຽວ​ກັນ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ພ້ອມ​ກັບ​ຄະນະ​ປະຕິບັດ​ງານ​ສູນ​ກາງ​ໄດ້​ລົງ​ສຳ​ຫລວດ​ຮູບ​ແບບ​ບ້ານ​ວັດທະນະທຳ​ທ່ອງ​ທ່ຽວ​ປະຊາ​ຄົມ ​ແລະ ຊີ​ວະ​ພາບ​ຂຶ້ນ​ກັບ​ຕາ​​ແສງ​ເຟືອງ​ໂດ້, ນະຄອນ ຮ່າ​ຢາງ. ນະ​ທີ່​ນີ້ ທ່ານ​ປະທານ​ປະ​ເທດ ຢືນຢັນ​ວ່າ: ກໍ່ສ້າງ​ຊົນນະບົດ​ໃໝ່ ​ແມ່ນ​ໂຄງການທີ່​ເໝາະ​ສົມ​ກັບຈິດ​ໃຈ​ຂອງ​ປະຊາຊົນ, ຄວນ​ຮັກສາ, ​ເສີມ​ຂະຫຍາຍ, ນຳ​ມາ​​ເຊິ່ງຜົນ​ປະ​ໂຫຍ​ດ​ໃຫ້​ປະຊາຊົນ.​ ດ້ວຍ​ບັນດາຂະ​ແໜງ​ອາຊີບ​ຫາ​ກໍ​ພົ້ນ​ເດັ່ນ ​ແລະ ມີ​ຄວາມ​ສາມາ​ດບົ່ມ​ຊ້ອນ​ຄື: ການ​ບໍລິການ​ທ່ອງ​ທ່ຽວ, ຄວນ​ໂຄສະນາ​ເຜີຍ​ແຜ ຮ່ຳຮຽນ​ຮູບ​ແບບ, ບົດຮຽນ​ທີ່​ດີຈາກ​ບັນດາ​ແຂວງ, ນະຄອນ​ໃນ​ທົ່ວ​ປະ​ເທດ, ນຳ​ໃຊ້​ຜົນສຳ​ເລັດ​ເຂົ້າ​​ໃນ​ພຶດຕິ​ກຳ​ຕົວ​ຈິງ​ຢູ່ ຮ່າ​ຢາງ.

ຂ່າວ/ບົດ​ອື່ນ