ປະທານປະເທດເຈືອງເຕິ໋ນຊາງເຂົ້າຮ່ວມກອງປະຊຸມຄວາມສະເໝີພາບລະຫວ່າງຍິງຊາຍ
ປະທານປະເທດເຈືອງເຕິ໋ນຊາງເຂົ້າຮ່ວມ
ກອງປະຊຸມຄວາມສະເໝີພາບລະຫວ່າງຍິງຊາຍ
(ພາບ: TTXVN)
(vovworld) - ວັນທີ 27/9, ທ່ານປະທານປະເທດ ເຈືອງເຕິ໋ນຊາງ ເຂົ້າຮ່ວມກອງປະຊຸມການນຳທົ່ວໂລກ ກ່ຽວກັບຄວາມສະເໝີພາບລະຫວ່າງຍິງຊາຍ ແລະ ມອບສິດໃຫ້ແມ່ຍິງ ໂດຍທ່ານເລຂາທິການໃຫຍ່ສະຫະປະຊາຊາດ (ສປຊ) Ban Ki Moon ແລະ ທ່ານປະທານປະເທດຈີນ ສືຈິນຜິງ ເປັນປະທານ.
ກ່າວຄວາມເຫັນທີ່ກອງປະຊຸມ, ທ່ານປະທານປະເທດ ເຈືອງເຕິ໋ນຊາງ ຢືນຢັນວ່າ, ຫວຽດນາມ ຈະພ້ອມກັບ ສປຊ ແລະ ປະຊາຄົມສາກົນ ມານະພະຍາຍາມ ເພື່ອຮັບປະກັນສິດສະເໝີພາບລະຫວ່າງຍິງ - ຊາຍ ແລະ ຊຸກຍູ້ຄວາມກ້າວໜ້າຂອງແມ່ຍິງໃນຊີວິດດ້ານການເມືອງ, ເສດຖະກິດ, ສັງຄົມ ຢູ່ທຸກປະເທດ. ທ່ານປະທານປະເທດ ເຈືອງເຕິ໋ນຊາງ ຍັງຊີ້ແຈ້ງບົດບາດ ແລະ ການປະກອບສ່ວນຂອງແມ່ຍິງຫວຽດນາມ ໃນປະຫວັດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ, ພິເສດແມ່ນໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດໃນປະຈຸບັນ. ທ່ານຊີ້ແຈ້ງວ່າ, ລັດຫວຽດນາມ ຍາມໃດກໍ່ຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ຄວາມກ້າວໜ້າຂອງແມ່ຍິງ ແມ່ນບຸລິມາສິດອັນດັບໜຶ່ງ; ເນັ້ນໜັກຜົນງານຂອງຫວຽດນາມ ໃນການສ້າງກອບກົດໝາຍ, ລະບອບ ແລະ ຍຸດທະສາດແຫ່ງຊາດກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍ ກໍ່ຄືເລື່ອງນຳເອົາບັນຫານີ້ເຂົ້າຍຸດທະສາດ, ລາຍການແຫ່ງຊາດກ່ຽວກັບການພັດທະນາຢູ່ຫວຽດນາມ.
ໃນວັນດຽວກັນ, ທ່ານປະທານປະເທດ ເຈືອງເຕິ໋ນຊາງ ກໍ່ເຂົ້າຮ່ວມກອງປະຊຸມປະຈຳປີ ຂໍ້ລິເລີ່ມທົ່ວໂລກ (CGI) 2015, ໂດຍອະດີດປະທານາທິບໍດີ ອາເມລິກາ Bill Clinton ຈັດຕັ້ງ. ທ່ານປະທານປະເທດ ເຈືອງເຕິ໋ນຊາງ ຕີລາຄາສູງການເຄື່ອນໄຫວຢ່າງມີປະສິດທິຜົນຂອງກອງທຶນ Clinton ຢູ່ຫວຽດນາມ. ພິເສດແມ່ນໃນການເບິ່ງແຍງ ແລະ ປິ່ນປົວພະຍາດ HIV/AIDS ກໍ່ຄືພະຍາດຕິດແປດອື່ນໆ. ສ່ວນອະດີດປະທານາທິບໍດີ ອາເມລິກາ Bill Clinton ກໍ່ຢືນຢັນຈະຊຸກຍູ້ເພື່ອໃຫ້ກອງທຶນມີຂໍ້ລິເລີ່ມຕື່ມອີກ ແລະ ໂຄງການໃໝ່, ປະກອບສ່ວນໜູນຊ່ວຍຫວຽດນາມ ໃນວິວັດແຫ່ງການພັດທະນາເສດຖະກິດ - ສັງຄົມ, ຄວບຄຸມພະຍາດ ກໍ່ຄືໃນຂົງເຂດປ້ອງກັນ, ຕ້ານຜົນຮ້າຍຢ້ອນຫຼັງ ຈາກການປ່ຽນແປງຂອງດິນຟ້າກາດ.