(ທ່ານປະທານປະເທດເຈືອງເຕິ໋ນຊາງ
ກ່າວຄຳເຫັນທີ່ກອງປະຊຸມ)
(vovworld) - ຕອນເຊົ້າວັນທີ 25/12, ຢູ່ນະຄອນ ໂຮ່ຈີມິນ, ອົງການໄອຍະການປະຊາຊົນສູງສຸດຈັດຕັ້ງກອງປະຊຸມສະຫຼຸບວຽກງານປີ 2015 ແລະ ຜັນຂະຫຍາຍໜ້າທີ່ວຽກງານໄອຍະການປີ 2016. ທີ່ກອງປະຊຸມ, ທ່ານປະທານປະເທດເຈືອງເຕິ໋ນຊາງ ຢືນຢັນວ່າ, ບັນດາຜົນງານທີ່ຂະແໜງໄອຍະການປະຊາຊົນບັນລຸໄດ້ ຈະປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປັບປຸງລະບົບກົດໝາຍ, ຕອບສະໜອງຄວາມຮຽກຮ້ອງປ່ຽນໃໝ່, ເຊື່ອມໂຍງເຂົ້າກັບສາກົນຂອງປະເທດຊາດ ແລະ ປະຕິບັດໜ້າທີ່ປະຕິຮູບດ້ານຕຸລາການຢ່າງມີປະສິດທິຜົນ. ທ່ານປະທານປະເທດເຈືອງເຕິ໋ນຊາງ ກໍ່ໄດ້ສະເໜີຂະແໜງໄອຍະການປະຊາຊົນຄວນຍົກສູງຄວາມຮັບຜິດຊອບ, ຍົກສູງຄຸນນະພາບການປະຕິບັດສິດໄອຍະການ ແລະ ກວດກາການເຄື່ອນໄຫວຍຸຕິທຳ, ປະຕິບັດໜ້າທີ່, ສິດອຳນາດຢ່າງຖືກຕ້ອງ, ຄົບຖ້ວນ, ມີປະສິດທິຜົນ ຕາມກຳນົດຂອງລັດຖະທຳມະນູນ ແລະ ກົດໝາຍ.
“ຂະແໜງໄອຍະການປະຊາຊົນ ຄວນມີຄວາມຮັບຜິດຊອບໜ້າທີ່ເພີ່ມທະວີ, ຍົກສູງປະສິດທິຜົນໃນການຕໍ່ສູ້ປ້ອງກັນ, ຕ້ານອາດຊະຍາກຳ, ພິເສດແມ່ນອາດອາດຊະຍາກຳທີ່ພວມມີທ່າອ່ຽງເພີ່ມຂຶ້ນ, ມີການຜັນປ່ຽນຢ່າງສັບສົນ. ຂະແໜງໄອຍະການປະຊາຊົນ ຕ້ອງເປັນເສນາທິການ, ສະເໜີຕໍ່ພັກ, ລັດບັນດາມາດຕະການຍົກສູງຄຸນນະພາບ, ປະສິດທິຜົນວຽກງານຕໍ່ສູ້ປ້ອງກັນ, ຕ້ານອາດຊະຍາກຳ“.
ທ່ານປະທານປະເທດເຈືອງເຕິ໋ນຊາງ ເນັ້ນໜັກວ່າ, ພ້ອມກັບການຍົກສູງຄຸນນະພາບດ້ານວິຊາການແລ້ວ, ຂະແໜງໄອຍະການຄວນສືບຕໍ່ປະຕິຮູບກົງຈັກການຈັດຕັ້ງ, ຍົກສູງຄຸນນະພາບວຽກງານວາງແຜນກຳນົດ, ກໍ່ສ້າງ, ບຳລຸງ, ຄຸ້ນຄອງພະນັກງານ; ກໍ່ສ້າງຖັນແຖວພະນັກງານ, ລັດຖະກອນໃຫ້ມີຄຸນນະທາດການເມືອງ, ມີຄຸນສົມບັດ, ແລະ ມີລະດັບວິຊາການສູງ.