ປະທານປະເທດເຈືອງເຕີນຊາງເຂົ້າຮ່ວມພິທີສະເຫຼີມສະຫຼອງ20ປີແຫ່ງວັນສ້າງຕັ້ງມະຫາວິທະຍາໄລແຫ່ງຊາດນະຄອນໂຮ່ຈີມິນ

ປະທານປະເທດເຈືອງເຕີນຊາງເຂົ້າຮ່ວມພິທີສະເຫຼີມສະຫຼອງ20ປີແຫ່ງວັນສ້າງຕັ້ງມະຫາວິທະຍາໄລແຫ່ງຊາດນະຄອນໂຮ່ຈີມິນ - ảnh 1
ປະທານປະເທດເຈືອງເຕີນຊາງເຂົ້າຮ່ວມພິທີສະເຫຼີມສະຫຼອງ20ປີແຫ່ງວັນສ້າງ
ຕັ້ງມະຫາວິທະຍາໄລແຫ່ງຊາດນະຄອນໂຮ່ຈີມິນ

(vovworld) –  ​ຕອ​ນ​ເຊົ້າ​ວັນ​ທີ 27/1, ​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ​ນະ​ຄອນ ໂຮ່​ຈີ​ມິນ ໄດ້​ຈັດ​ຕັ້ງ​ພິ​ທີ​ສະ​ເຫຼີມ​ສະຫຼອງ 20 ປີ​ແຫ່ງວັນ​ສ້າງ​ຕັ້ງ, ພັດ​ທະ​ນາ ແລະ ເຊື່ອມ​ໂຍງ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ສະ​ເຫຼີ​ມ​ສະຫຼອງ, ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ໄດ້​ຍ້ອງຍ​ໍ​ຊົມ​ເຊີຍ​ບັນ​ດາ​ຜົນ​ງານ​ສຳ​ຄັນ​ທີ່ມ​ະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ ນະ​ຄອນ ໂຮ່​ຈີ​ມິນ ບັນ​ລຸ​ໄດ້​ໃນ​ຕະຫຼອດ 20 ປີ​ຜ່ານ​ມາ, ພ້ອມ​ທັງ​ຮຽກ​ຮ້ອງ​ໃຫ້​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ​ນະ​ຄອນ ໂຮ່​ຈີ​ມິນ ກວດ​ກາ, ເພີ່​ມ​ເຕີມ, ກຳ​ນົ​ດ​ລະ​ອຽດ​​ກ່ຽວ​ກັບຈຸດ​ໝາຍ​ສ​ຶກ​ສາ​ບຳ​ລຸງ​ສ້າງ​ຂອງ​ຕົນ, ຕັດ​ສິນ​ໃຈ​ສູ້​ຊົນໃນ​ໄລ​ຍະ 10 – 15 ປີ​ຈະ​ມາ​ເຖິງ ບໍ່​ພຽງ​ແຕ່ຢັ້ງ​ຢືນ​ບົດ​ບາດ​ນຳ​ໜ້າ​ໃນ​ລະ​ບົບ​ບັນ​ດາ​ມະ​ຫາ​ວິ​ທະ​ຍາ​ໄລ​ພາຍ​ໃນ​ປະ​ເທດ​ເທົ່​ານັ້ນ ຫາກ​ຍັງ​​ສູ້​ຊົນ​ໃຫ້ທຽບ​ເທົ່​າ​ກັບ​ບັນ​ດາ​ມະ​ຫາ​ວິ​ທະ​ຍາ​ໄລ​ອັນ​ດັບ​ໜຶ່ງ​ໃນ​ພາກ​ພື້ນ, ມ​ີ​ບັນ​ດາ​ຂະ​ແໜງ​ຮຽນ​ທຽບ​ເທົ່າ​ສາ​ກົນ​ອີກ​ດ້ວຍ…

        ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ກໍ່​ສະ​ເໜີ​ໃຫ້​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ​ນະ​ຄອນໂຮ່​ຈີ​ມິນ ຄວນ​ສືບ​ຕໍ່​ປ່ຽນ​ໃໝ່​ຫຼັກ​ສູດ, ເນື້ອ​ໃນ, ວິ​ທີ​ສິດ​ສອນ ແລະ ຮ່ຳ​ຮຽນ​ຢ່າງ​ແຂງ​ແຮງ, ສຸມ​ໃສ່​ສ້າງ​ຖັນ​ແຖວ​ຄູ​ສອນ, ພະ​ນັກ​ງານ​ຄ​ຸ້ມ​ຄອງ​ມີ​ລະ​ດັບຄວາມ​ຮູ້​ສູງ, ມີ​ຄຸ​ນະ​ທາດ, ສຸດ​ຈິດ​ສຸດ​ໃຈ​ກັບ​ພາ​ລະ​ກິດ​ສິດ​ສອນ. ພ້ອມ​ທັງ, ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ​ໂຮ່​ຈິ​ມິນ ຖື​ການ​ສຶກ​ສາດ້ານ​ແນວ​ຄິດ, ຄຸນ​ສົມ​ບັດ, ແບບ​ແຜນ​ການ​ດຳ​ລົງ​ຊີ​ວິດ... ​ເປັນ​ສຳ​ຄັນ


ຂ່າວ/ບົດ​ອື່ນ