ປະທານປະເທດເຈືອງເຕີນຊາງເປັນປະທານກອງປະຊຸມຄັ້ງທີ19ຂອງຄະນະຊີ້ນຳການປະຕິຮູບຕຸລາການສູນກາງ

ປະທານປະເທດເຈືອງເຕີນຊາງເປັນປະທານກອງປະຊຸມຄັ້ງທີ19ຂອງຄະນະຊີ້ນຳການປະຕິຮູບຕຸລາການສູນກາງ - ảnh 1
ປະ​ທານ​ປະ​ເທດ​ເຈືອງ​ເຕີນ​ຊາງ​ເປັນ​ປະ​ທານກອງ​ປະ​ຊຸມ​ຄັ້ງ​ທີ19ຂອງ​ຄະ​ນະ​ຊີ້​ນຳ​ການ​ປະ​ຕິ​ຮູບ​ຕຸ​ລ​າ​ການ​ສູນ​ກາງ
(ພາບ: TH)


(vovworld) –  ​ວັນ​ທີ 14/3, ຢູ່ ຮ່າ​ໂນ້ຍ, ຄະ​ນະ​ຊີ້​ນຳ​ການ​ປະ​ຕິ​ຮູບ​ຕຸ​ລາ​ການ​ສູນ​ກາງ ໄດ້​ດຳ​ເນີນ​ວາ​ລະ​ປະ​ຊຸມ​ຄັ້ງ​ທີ 19 ເພື່ອ​ຮັບ​ເອົາ​ຄຳ​ເຫັນ​ປະ​ກອບ​ຂອງ​ຄະ​ນະ​ຊ​ີ້​ນຳ​ກ່ຽວ​ກັ​ບ​ບາງ​ຮ່າງ​ກົດ​ໝາຍ​ສຳ​ຄັນ​ກ່ຽວ​ຂ້ອງ​ເຖິງ​ການ​ເຄື່ອນ​ໄຫວ​ຂອງ​ບັນ​ດາ​ອົງ​ການ​ຕຸ​ລາ​ການ, ເຊິ່​ງ​ລວມ​ມີ: ປະ​ມວນ​ກົດ​ໝາຍ​ວ່າ​ດ້ວຍ​ການດຳ​ເນີນ​ຄະ​ດີ​ແພ່ງ (ສະ​ບັບ​ປັບ​ປຸ​ງ), ກົດ​ໝາຍ​ວ່າ​ດ້ວຍ​ການ​ຈັບຕົວ, ກັກ​ຂັງ​ຊົ່ວ​ຄາວ, ກົດ​ໝາຍ​ວ່າ​ດ້ວຍ​ການ​ດຳ​ເນີນ​ຄະ​ດີ​ບໍ​ລິ​ຫານ (ສະ​ບັບ​ປັບ​ປຸງ), ກົດ​ໝາຍ​ວ່າ​ດ້ວຍ​ອົງ​ການ​ສືບ​ສວນ​ຄະ​ດີ​ອາ​ຍາ. ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ, ຫົວ​ໜ້າ​ຄະ​ນະ​ຊີ້​ນຳ​ການ​ປະ​ຕິ​ຮູບ​ສູນ​ກາງ ເປັນ​ປະ​ທານກອງ​ປະ​ຊຸມ. ເມື່ອ​ປະ​ກອບ​ຄຳ​ເຫັນ​ກ່ຽວ​ກັບ​ບັນ​ດາ​ຮ່າງ​ກົດ​ໝາຍ, ບັນ​ດາ​ສະ​ມາ​ຊິກ​ຂອງ​ຄະ​ນະ​ຊີ້​ນຳ​ເນັ້ນ​ໜັກ​ວ່າ: ນີ້​ແມ່ນ​ບັນ​ດາ​ຮ່າງ​ກົດ​ໝາຍ​ສຳ​ຄັນ​ທີ່​ສຸດ. ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ໃສ່​ໃຈ​ເລື່ອງ​ປັບ​ປຸງ, ເພີ່ມ​ເຕີມ, ປະ​ກາດ​ໃຊ້​ບັນ​ດາ​ກົດ​ໝາຍ​ສະ​ບັບ​ໃໝ່​ຕ້ອງ​ແນ​ໃສ່​ຈຸດ​ໝາຍ​ຫັນ​ແຜນ​ນະ​ໂຍ​ບາຍ, ແນວ​ທາງ​ຂອງ​ພັກ ແລະ ລັດ​ເປັນ​ລະ​ອຽດ, ພິ​ເສດ​ຮັບ​ປະ​ກັນ​ໃຫ້​ມັນ​ເໝາະ​ສົມ​ກັບ​ບັນ​ດາ​ມະ​ຕິ ແລະ ຂໍ້​ສະ​ຫລຸບ​ຂອງ​ກົມ​ການ​ເມືອງ​ກ່ຽວ​ກັບ​ຍຸດ​ທະ​ສາດ​ປະ​ຕິ​ຮູບ​ຕຸ​ລາ​ການ ແລະ ເນື້ອ​ໃນຈິດ​ໃຈ​ຂອງ​ລັດ​ຖະ​ທຳ​ມະ​ນູນ​ປີ 2013. ກ່ຽວ​ກັບ​ບັນ​ດາ​ຄວາມ​ແຕກ​ຕ່​າງ​ກັນ​ໃນ​ແຜນ​ຮ່າງ​​ຕ່າງໆ, ທ່ານ​ປະ​ທານ​ປະ​ເທດ ຖື​ວ່າ: ບັນ​ດາ​ສະ​ມາ​ຊິກ​ຂອງ​ຄະ​ນະ​ຊີ້​ນຳ, ບັນ​ດາ​ອົງ​ການ​ໄດ້​ຮັບ​ມອບ​ໝາຍ​ເປັນ​ປະ​ທານ​ແຜນ​ຮ່າງ​ຕ້ອງ​ເປັນ​ເຈົ້າ​ການ, ປຶກ​ສາ​ຫາ​ລື​ຢ່າງ​ລະ​ອ​ຽດ, ອີງ​ໃສ່​ພື້ນ​ຖານ​ທິດ​ສະ​ດີ ແລະ ພຶດ​ຕິ​ກຳ​ຕົ​ວ​ຈິງ​ເພື່ອ​ໃຫ້​ບັນ​ດາ​ຮ່າງ​ກົດ​ໝາຍ​ໄດ້​ຮັບ​ການກໍ່​ສ້າງ, ປັບ​ປຸງ​ໃນ​ຄັ້ງ​ນີ້​ສາ​ມາດ​ແກ້​ໄຂ​ໄດ້​ບັນ​ດາ​ສິ່ງ​ຄົງ​ຄ້າງ, ​ຕິດ​ຂັດໃນ​ວິ​ວັດ​ການນ​ຳ​ໃຊ້​ກົດ​ໝາຍ​ ແລະ ​ການ​ເຄື່ອນ​ໄຫວ​ດຳ​ເນີນ​ຄະ​ດີ, ເໝາະ​ສົມ​ກັບ​ທ່າ​ອ່ຽງ​ເຊື່ອມ​ໂຍງ​ກັບສາ​ກົນ ແລະ ບັນ​ດາ​ສົນ​ທິ​ສັນ​ຍາ​ສາ​ກົນ​ເຊິ່ງ ຫວຽດ​ນາມ ​ໄດ້ເຂົ້າ​ຮ່ວມ ຫຼື ພວມ​ປຶກ​ສາ​ຫາ​ລື.

ຂ່າວ/ບົດ​ອື່ນ