ປະທານປະເທດເຈືອງເຕີ໋ນຊາງເຮັດວຽກຢູ່ແຂວງດັກນົງ
(ທ່ານປະທານປະເທດ ເຈືອງເຕີ໋ນຊາງ ໄດ້ລົງ
ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ດັກນົງ)
(vovworld) - ໂດຍສືບຕໍ່ການປະຕິບັດງານຢູ່ບັນດາແຂວງຊາຍແດນທາງທິດໃຕ້ເຂດໄຕງວຽນ, ວັນທີ 19/03, ທ່ານປະທານປະເທດ ເຈືອງເຕີ໋ນຊາງ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ດັກນົງ.
ເມື່ອເຮັດວຽກກັບການນຳຫຼັກແຫຼ່ງແຂວງ, ທ່ານປະທານປະເທດ ເຈືອງເຕີ໋ນຊາງ ຕີລາຄາສູງສະພາບການຮັບປະກັນຄວາເປັນລະບຽບຮ້ຽບຮ້ອຍການປ້ອງກັນຊາດປ້ອງກັນຄວາມສະຫງົບຢູ່ເຂດຊາຍແດນ, ຈັດຕັ້ງຊີວິດການເປັນຢູ່ໃຫ້ແກ່ປະຊາຊົນ, ບູລະນະລະບົບການເມືອງຢູ່ພື້ນຖານ; ກ້າວໜ້າໃນການຜະລິດບັນດາປະເພດສິນຄ້າທີ່ມີທ່າແຮງໃນການສົ່ງອອກ…ທ່ານປະທານປະເທດສະເໜີ ດັກນົງ ແກ້ໄຂບັນຫາຊາວອົບພະຍົບເສລີໂດຍໄວ, ວາງແຜນຜັງຊຸມຊົມໃນເຂດຊາຍແດນສົມທົບກັບການລົບລ້າງຄວາມອຶດຫິວ ຫລຸດຜ່ອນຄວາມທຸກຍາກ ແລະ ເນັ້ນໜັກວ່າ ຄະນະພັກ ດັກນົງ ທຸກຂັ້ນ ຄວນເອົາໃຈໃສ່ເຖິງຄວາມຮຽກຮ້ອງຕ້ອງການທີ່ສຳຄັນຂອງອາຍຸການກອງປະຊຸມໃຫຍ່ຄັ້ງທີ 12 ນັ້ນແມ່ນເຊື່ອມໂຍງສຳເລັດຜົນ, ບໍ່ພຽງແຕ່ດ້ານເສດຖະກິດເທົ່ານັ້ນ ຫາກຍັງຮອບດ້ານອີກດ້ວຍ, ທ່ານປະທານປະເທດຮຽກຮ້ອງບັນດາພະນັກງານ, ສະມາຊິກພັກຕ້ອງມານະພະຍາຍາມຮຳຮຽນເອົາຄວາມຮູ້ ເພື່ອຊີ້ນຳນຳພາໃຫ້ດີ; ບໍ່ໃຫ້ຖອຍຫຼັງ. ພ້ອມກັບການຍົກສູງຄຸນນະພາບການດຳເນີນຊີວິດຂອງໜ່ວຍພັກ, ດັກນົງ ຄວນຄຸ້ມຄອງເສັ້ນຊາຍແດນ, ປະຕິບັດວຽກງານພົວພັນຕ່າງປະເທດກັບ ກຳປູເຈຍ ໃຫ້ດີ.