ປະທານປະເທດເຈືອງເຕິ໋ນຊາງໃຫ້ການຕ້ອນຮັບເລຂາທິການໃຫຍ່ສະຫະພັນກຳມະບານໂລກ
ປະທານປະເທດເຈືອງເຕິ໋ນຊາງໃຫ້ການຕ້ອນຮັບເລຂາທິການໃຫຍ່
ສະຫະພັນກຳມະບານໂລກ
(ພາບ: ໜັງສືພິມແຮງງານ)
|
(vovworld) - ວັນທີ 5/3, ຢູ່ສຳນັກງານປະທານປະເທດ, ທ່ານ ປະທານປະເທດ ເຈືອງເຕິ໋ນຊາງ ໃຫ້ການຕ້ອນຮັບຄະນະຜູ້ແທນສະຫະພັນກຳມະບານໂລກ ໂດຍທ່ານ George Mavrikos, ເລຂາທິການໃຫຍ່ສະຫະພັນກຳມະບານໂລກເປັນຫົວໜ້າຄະນະ, ມາເຂົ້າຮ່ວມກອງປະຊຸມສະພາປະທານ ສະຫະພັນກຳມະບານໂລກ ຢູ່ ຮ່າໂນ້ຍໃນລະຫວ່າງວັນທີ 5 - 6/3/2016. ທີ່ການຕ້ອນຮັບ, ທ່ານ ປະທານປະເທດ ເຈືອງເຕິ໋ນຊາງ ຕີລາຄາສູງບັນດາຄວາມມານະພະຍາຍາຂອງ ສະຫະພັນກຳມະບານໂລກ ໃນການຕໍ່ສູ້ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງຜູ້ອອກແຮງງານໃນທົ່ວໂລກ; ພ້ອມທັງຕີລາຄາສູງການພົວພັນທີ່ເປັນມູນເຊື້ອລະຫວ່າງກຳມະບານຫວຽດນາມ ແລະ ສະຫະພັນກຳມະບານໂລກ.
ຕາງໜ້າຄະນະຜູ້ແທນ ສະຫະພັນກຳມະບານໂລກ, ທ່ານ George Mavrikos ເນັ້ນໜັກວ່າ, ສະຫະພັນກຳມະບານໂລກໄດ້ມີສາຍພົວພັນຢ່າງແໜ້ນແຟ້ນ, ເລິກເຊິ່ງ ແລະ ຍາວນານກັບສະຫະພັນແຮງງານຫວຽດນາມ, ກັບຊົນຊັ້ນກຳມະກອນ ແລະ ປະຊາຊົນ ຫວຽດນາມ. ທ່ານ ເລຂາທິການໃຫຍ່ສະຫະພັນກຳມະບານໂລກ ເຊື່ອໝັ້ນວ່າ, ໄລຍະຈະມາເຖິງ, ຫວຽດນາມຈະປະສົບຜົນສຳເລັດກວ່າອີກໃນຂົງເຂດການເມືອງ, ເສດຖະກິດ, ວັດທະນະທຳ ແລະ ການພົວພັນກັບສາກົນ.