( vovworld ) - ວັນທີ 24/6, ທ່ານປະທານວຸດທິສະພາ ມ້ຽນມາ ຄິນອອງມິນ ໄດ້ເດີ່ນທາງອອກຈາກຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມຫວຽດນາມ ເປັນທາງການຢ່າງຈົບງາມ. ໃນໄລຍະຢູ່ຢ້ຽມຢາມຫວຽດນາມ ແຕ່ວັນທີ 20 – 24/6, ທ່ານປະທານວຸດທິສະພາ ມ້ຽນມາ ຄິນອອງມິນ ແລະ ບັນດາສະມາຊິກໃນຄະນະ ໄດ້ຮັບການຕ້ອນຮັບ, ເຈລະຈາ ແລະ ຮັບງານລ້ຽງຈາກທ່ານປະທານສະພາແຫ່ງຊາດ Nguyen Sinh Hung. ຄະນະກໍໄດ້ເຂົ້າຢ້ຽມຂໍ່ານັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ Nguyen Phu Trong; ພົບປະກັບທ່ານປະທານປະເທດ Truong Tan Sang. ສອງຝ່າຍໄດ້ແລກປ່ຽນຄວາມເຫັນກ່ຽວກັບການເຄື່ອນໄຫວທາງການເມືອງ, ການຕ່າງປະເທດ, ເສດຖະກິດສັງຄົມຂອງແຕ່ລະປະເທດ; ເປັນເອກະພາບນຳກັບ, ຄວນເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນກວ່າອີກ, ສົ່ງເສີມການສ້າງຕັ້ງກຸ່ມສະມາຊິກສາພາແຫ່ງຊາດມິດຕະພາບໂດຍໄວ, ຍູ້ແຮງການຮ່ວມມືລະຫວ່າງບັນດາອົງການຂອງສະພາແຫ່ງຊາດສອງປະເທດ; ສືບຕໍ່ການຮ່ວມມື ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສ, ລັດຖະສະພາຫຼາຍຝ່າຍ, ຜ່ານນັ້ນຍົກສູງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະ ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ, ສ້າງພື້ນຖານທີ່ໝັ້ນຄົງໃຫ້ແກ່ການເປິດກວ້າງ ແລະ ພັດທະນາການພົວພັນຮ່ວມມືເສດຖະກິດ - ການຄ້າ, ການລົງທຶນ ແລະ ບັນດາຂົງເຂດອື່ນໆ.