ທ່ານ ຮິ່ງດາມ ກ່າວຄຳເຫັນທີ່ການເຮັດວຽກ
( ພາບ : baodongthap.com.vn )
( vovworld ) - ຕອນບ່າຍວັນທີ 22/2, ທ່ານ ຮິ່ງດາມ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກກັບການນຳແຂວງດົ່ງທາບ ກ່ຽວກັບສະພາບທິດທາງພັດທະນາເສດຖະກິດສັງຄົມຂອງແຂວງໃນປີ 2012. ທ່ານ ຮິ່ງດາມ ໄດ້ສະເໜີໃຫ້ແຂວງດົ່ງທາບ ຄວນເອົາໃຈໃສ່ເຖິງການພັດທະນາການຜະລິດກະສິກຳ, ການລົງທຶນເຂົ້າຂົງເຂດກະສິກຳໃຫ້ມີຈຸດສຸມ. ທາງແຂວງກໍຕ້ອງເອົາໃຈໃສ່ເຖິງວຽກງານບຳລຸງສ້າງ, ສຶກສາຖັນແຖວພະນັກງານ, ສະມາຊິກພັກໜຸ່ມ. ເນື່ອງໃນໂອກາດລົງຢ້ຽມຢາມແຂວງດົ່ງທາບ, ທ່ານ ຮິ່ງດາມ ກໍໄດ້ໄປໄຫວ້ອາໄລສຸສານທ່ານ ຫງວຽນຊິງສັກ ພໍ່ຂອງປະທານ ໂຮ່ຈິມິນ, ຢ້ຽມຢາມ ແລະ ມອບຂອງຂວັນໃຫ້ບາງຄອບຄົວນະໂຍບາຍຢູ່ນະຄອນ ກາວແລ້ງ.