ປະທານສູນກາງແນວໂຮມປະເທດຊາດ ຫງວຽນຖ້ຽນເຍີນ ສົ່ງຈົດໝາຍອວຍພອນວັນສ້າງຕັ້ງສາສະໜາ ຮ່ວາຫາວ

(VOVWORLD) -ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຫງວຽນຖ້ຽນເຍີນ ຫາກໍສົ່ງຈົດໝາຍອວຍພອນຄະນະບໍລິຫານສູນກາງສະມາຄົມ, ບັນດາຜູ້ມີຍົດສັກຕຳແໜ່ງ ແລະ ບັນດາສາສະນິກກະຊົນຜູ້ເຊື່ອຖືສາດສະໜາ   ຮ່ວາຫາວ ເນື່ອງໃນໂອກາດສະເຫຼີມສະຫຼອງ 78 ປີແຫ່ງວັນສ້າງຕັ້ງສາສະໜາດັ່ງກ່າວ
ປະທານສູນກາງແນວໂຮມປະເທດຊາດ ຫງວຽນຖ້ຽນເຍີນ ສົ່ງຈົດໝາຍອວຍພອນວັນສ້າງຕັ້ງສາສະໜາ ຮ່ວາຫາວ - ảnh 1 ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຫງວຽນຖ້ຽນເຍີນ

ໃນຈົດໝາຍ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຫງວຽນຖ້ຽນເຍີນຊີ້ແຈ້ງວ່າ ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ມີຄວາມພາກພູມໃຈເມື່ອໄດ້ຮັບຊາບວ່າ ໃນປີທີ່ຜ່ານມາ, ຄະນະບໍລິຫານສູນກາງສະມາຄົມ, ບັນດາຜູ້ມີຍົດສັກຕຳແໜ່ງ ແລະ ບັນດາສາສະນິກກະຊົນຜູ້ເຊື່ອຖືສາດສະໜາ ຮ່ວາຫາວ ໄດ້ປະຕິບັດບັນດາແຜນນະໂຍບາຍ, ນະໂຍບາຍ, ກົດໝາຍຂອງພັກ ແລະ ລັດເປັນຢ່າງດີ, ສາມັກຄີກັບປະຊາຊົນທຸກຊັ້ນຄົນ. ຮ່ວມແຮງຮ່ວມໃຈສ້າງສາບ້ານເກີດເມືອງນອນໃຫ້ຮັ່ງມີເຂັ້ມແຂງ ແລະ ພັດທະນາ. 

ຕອບກັບ

ຂ່າວ/ບົດ​ອື່ນ