ປະທານສະພາຜູ້ແທນປະຊາຊົນແຫ່ງຊາດຈີນສິ້ນສຸດການຢ້ຽມຢາມມິດຕະພາບຫວຽດນາມຢ່າງເປັນທາງການ
ທ່ານ ຈາງເຕີຈຽງ ແລະ ທ່ານນາງ ຫງວຽນທິກີມເງິນ
(ພາບ: TTXVN)
(vovworld) - ຕອນບ່າຍວັນທີ 11/11, ທ່ານ ຈາງເຕີຈຽງ ກຳມະການປະຈຳກົມການເມືອງ, ປະທານສະພາຜູ້ແທນປະຊາຊົນແຫ່ງຊາດ ຈີນ ແລະ ຄະນະຜູ້ແທນຂັ້ນສູງພັກ, ລັດ ຈີນ ເດີນທາງອອກຈາກ ດ່າໜັງ, ສິ້ນສຸດການຢ້ຽມຢາມມິດຕະພາບ ຫວຽດນາມ ຢ່າງເປັນທາງການໃນລະຫວ່າງວັນທີ 08 – 11/11/2016 ຕາມຄຳເຊີນຂອງທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກີມເງິນ. ໃນຂອບເຂດການຢ້ຽມຢາມ, ທ່ານ ຈາງເຕີຈຽງ ປະທານສະພາຜູ້ແທນປະຊາຊົນແຫ່ງຊາດ ຈີນ ໄດ້ເຈລະຈາກັບທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ; ເຂົ້າຢ້ຽມຂ່ຳນັບທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ, ທ່ານປະທານປະເທດ ເຈີ່ນດ້າຍກວາງ, ພົບປະກັບທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ…
ຜ່ານບັນດາການພົບປະເຈລະຈາ, 2 ຝ່າຍລ້ວນແຕ່ຖືເປັນສຳຄັນການພັດທະນາການພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບ, ຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ; ເຫັນດີເປັນເອກະສັນຄວນມານະພະຍາຍາມຜັນຂະຫຍາຍປະຕິບັດບັນດາຄວາມຮັບຮູ້ລວມ ຊຶ່ງບັນລຸໄດ້ລະຫວ່າງການນຳຂັ້ນສູງ 2 ພັກ, 2 ລັດເປັນຢ່າງດີ ຮັກສາເປັນປະຈຳການພົບປະແລກປ່ຽນຂັ້ນສູງ, ເສີມຂະຫຍາຍບັນດາກົນໄກຮ່ວມມືຢ່າງມີປະສິດທິຜົນ…2 ຝ່າຍໄດ້ປຶກສາຫາລືບັນດາມາດຕະການຊຸກຍູ້ການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ສະພາຜູ້ແທນປະຊາຊົນແຫ່ງຊາດ ຈີນ ໃນໄລຍະຈະມາເຖິງ.