ປະທານສະພາແຫ່ງຊາດ Moon Hee–sang: ຫວຽດນາມສວມບົດບາດສໍາຄັນໃນນະໂຍບາຍມຸ່ງໄປເຖິງທິດໃຕ້ຂອງ ສ.ເກົາຫຼີ

(VOVWORLD) -ຫວຽດນາມສວມບົດບາດສໍາຄັນໃນນະໂຍບາຍມຸ່ງໄປເຖິງທິດໃຕ້ໃໝ່ຂອງອໍານາດການປົກ ຄອງຂອງທ່ານປະທານາທິບໍດີ Moon Jae – in. 

ປະທານສະພາແຫ່ງຊາດ Moon Hee–sang: ຫວຽດນາມສວມບົດບາດສໍາຄັນໃນນະໂຍບາຍມຸ່ງໄປເຖິງທິດໃຕ້ຂອງ ສ.ເກົາຫຼີ - ảnh 1ທ່ານ ຫງວຽນຫວູຕູ໋ ເອກອັກຄະລັດຖະທູດຫວຽດນາມປະຈໍາ ສ.ເກົາຫຼີ ເຂົ້າຢ້ຽມຂໍ່ານັບ ແລະ ອວຍພອນທ່ານ Moon Hee –sang ປະທານສະພາແຫ່ງຊາດ ສ.ເກົາຫຼີຄົນໃໝ່

(ພາບ: Manh Hung/Vietnam+)

ຕອນບ່າຍວັນທີ 30 ກໍລະກົດ, ຢູ່ນະຄອນຫຼວງ ເຊີອູນ, ທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ Moon Hee –sang ໄດ້ໃຫ້ການຕ້ອນຮັບ ແລະ ແລກປ່ຽນກັບທ່ານ ຫງວຽນຫວູຕູ໋ ເອກອັກຄະລັດຖະທູດຫວຽດນາມປະຈໍາ ສ.ເກົາຫຼີ ກ່ຽວກັບການພົວພັນລະຫວ່າງຫວຽດນາມ - ສ.ເກົາຫຼີ. ທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ Moon Hee –sang ຢັ້ງຢືນຄືນໃໝ່ວ່າ ຫວຽດນາມສວມບົດບາດສໍາຄັນໃນນະໂຍບາຍມຸ່ງໄປເຖິງທິດໃຕ້ໃໝ່ຂອງອໍານາດການປົກ ຄອງຂອງທ່ານປະທານາທິບໍດີ Moon Jae – in. ທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ Moon Hee –sang ຕີລາຄາສູງການພົວພັນລະຫວ່າງຫວຽດນາມ ແລະ ສ.ເກົາຫຼີ ທີ່ໄດ້ພັດທະນາຢ່າງວ່ອງໄວໃນທຸກຂົງເຂດ ນັບແຕ່ເມື່ອສອງປະເທດໄດ້ສ້າງຕັ້ງການພົວພັນທາງການທູດໃນປີ 1992.

        ສ່ວນທ່ານເອກອັກຄະລັດຖະທູດ ຫງວຽນຫວູຕູ໋ ຖືວ່າ ການພົວພັນສອງປະເທດ, ສອງສະພາແຫ່ງຊາດ ພວມພັດທະນາຢ່າງດີງາມ. ທ່ານເອກອັກຄະລັດຖະທູດ ເນັ້ນໜັກວ່າ ປັດຈຸບັນ, ສ.ເກົາຫຼີພວມແມ່ນນັກລົງທຶນອັນດັບໜຶ່ງຂອງຫວຽດນາມ ດ້ວຍຍອດເງິນລົງທຶນກວ່າ 60 ຕື້ USD ໄລມາຮອດເດືອນກໍລະກົດ 2018. ດ້ວຍວົງເງິນການຄ້າສອງສົ້ນບັນລຸກວ່າ 60 ຕື້ USD ໃນປີ 2017, ປັດຈຸບັນ ສ.ເກົາຫຼີ ພວມເປັນຄູ່ຮ່ວມມືດ້ານການຄ້າໃຫຍ່ອັນດັບທີສອງຂອງຫວຽດນາມ. 

ຕອບກັບ

ຂ່າວ/ບົດ​ອື່ນ