ປະທານສະພາແຫ່ງຊາດ ສປປ.ເກົາຫຼີ ຢ້ຽມຢາມຫວຽດນາມ ຢ່າງເປັນທາງການ

ປະທານສະພາແຫ່ງຊາດ ສປປ.ເກົາຫຼີ ຢ້ຽມຢາມຫວຽດນາມ ຢ່າງເປັນທາງການ - ảnh 1
ທ່ານ​ປະທານ​ສະພາແຫ່ງຊາດ ສປປ.​ເກົາຫຼີ Kim Yong Nam
( ພາບ: AP )


(vovworld) -     ວັນ​ທີ 5/8, ທ່ານ​ປະທານ​ສະພາແຫ່ງຊາດ ສປປ.​ເກົາຫຼີ Kim Yong Nam ພ​້ອມກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ສປປ.​ເກົາຫຼີ ​​ໄດ້​ເດີນ​ທາງ​ມາ​ຮ່າ​ໂນ້ຍ, ​ເລີມ​ຕົ້ນ​ການ​ຢ້າມຢາມ​ສັນ​ຖະວະ​ໄມຕີຫວຽດນາມ ຢ່າງ​ເປັນ​ທາງ​ການ ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ປະທານ​ປະ​ເທດ​ຫວຽດນາມ Truong Tan Sang, ຮ່ວມ​ເດີນທາງ​ພ້ອມ​ກັບ​ຄະນະມີ​ທ່ານ​ລັດຖະມົນຕີ​ກະຊວງການ​ຄ້າ​ຕ່າງປະ​ເທດ Ri Ryong Nam, ທ່ານ​ລັດ​ຖະມົນຕີ​ກະຊວງ​ຂຸດ​ຄົ້ນ​ແຮ່​ທາດ Kang Min Chol; ຫົວໜ້າ​ຄະນະ​ປະຕິບັດ​ງານ​ການ​ຕ່າງປະ​ເທດ ຄະນະ​ປະຈຳສະພາແຫ່ງຊາດ ສປປ.​ເກົາຫຼີ Jong Chun Gun; ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ Kung Sok Ung; ​ເອກ​ອັກຄະ​ລັດຖະທູດ​ສປປ.​ເກົາຫຼີ ປະຈ​ຳຫວຽດນາມ Kim Chang Il. ວັນ​ທີ 6/8, ທ່ານ​ປະທານ​ຄະນະ​ປະຈຳ​ສະພາແຫ່ງຊາດ ສປປ.​ເກົາຫຼີ Kim Yong Nam ​ມີ​ການ​ເຈລະຈາ​ກັບ​ທ່ານ​ປະທານ​ປະ​ເທດ Truong Tan Sang; ພົບ​ປະ​ເຈລະຈາ​ກັບ​ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ Nguyen Phu Trong.

ຂ່າວ/ບົດ​ອື່ນ