(ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ)
(vovworld) - ຕອນເຊົ້າວັນທີ 09/03, ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ໂດຍທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ ນຳໜ້າ, ໄດ້ເດີນທາງອອກຈາກຮ່າໂນ້ຍໄປຢ້ຽມຢາມສະຫະພັນລັດເຊຍ, ສ.ສະຫະພັນເຢຍລະມັນ ແລະ ສ. ໂປໂລຍ ຢ່າງເປັນທາງການ. ການຢ້ຽມຢາມໄດ້ດຳເນີນໄປໃນລະຫວ່າງວັນທີ 09 – 17/03 ຕາມຄຳເຊີນຂອງທ່ານນາງ Valentima Matvienko, ປະທານ, ສະພາແຫ່ງຊາດ, ແຫ່ງສະຫະພັນລັດເຊຍ; ທ່ານປະທານສະພາແຫ່ງຊາດສະຫະພັນເຢຍລະມັນ Norbert Lammert ແລະ ທ່ານນາງ Ewa Kopacz, ປະທານສະພາຕໍ່າ, ສ.ໂປໂລຍ.
ການຢ້ຽມຢາມ 3 ປະເທດ ດັ່ງກ່າວຢ່າງເປັນທາງການຂອງທ່ານປະທານສະພາແຫ່ງຊາດຫງວຽນຊິງຮຸ່ງ ແລະ ຄະນະຜູ້ແທນສະພາແຫ່ງຊາດຫວຽດນາມ ຈະປະກອບສ່ວນເພີ່ມທະວີການພົວພັນຮ່ວມມືລະຫວ່າງຫວຽດນາມ ແລະ ປະເທດເຫຼົ່ານັ້ນ, ເປີດຊ່ອງທາງພັດທະນາໃໝ່ໃນການພົວພັນຮ່ວມມືລະຫວ່າງອົງການນິຕິບັນຍັດຫວຽດນາມ ກັບ 3 ປະເທດດັ່ງກ່າວ.