(vovworld) - ໂດຍສືບຕໍ່ການຢ້ຽມຢາມ 3 ປະເທດ ເອີລົບ, ຕອນບ່າຍວັນທີ 14/3, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນຊິງຮູ່ງ ໄປຮອດນະຄອນຫຼວງ Warszawa, ເລີ່ມຕົ້ນການຢ້ຽມຢາມ ໂປໂລຍ ຢ່າງເປັນທາງການ ຕາມຄຳເຊື້ອເຊີນຂອງທ່ານນາງ Ewa Kopacz, ປະທານສະພາຕຳ່ ໂປໂລຍ. ພາຍຫຼັງພິທີຕ້ອນຮັບ, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ແລະ ທ່ານນາງ ປະທານສະພາຕຳ່ ໂປໂລຍ Ewa Kopacz ໄດ້ມີການເຈລະຈາ. ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ເນັ້ນໜັກວ່າ: ການຢ້ຽມຢາມຂອງຄະນະເພື່ອແນໃສ່ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຫຼາຍດ້ານລະຫວ່າງ 2 ປະເທດ, ໃນນັ້ນມີການພົວພັນຮ່ວມມືລະຫວ່າງ 2 ອົງການນິຕິບັນຍັດ, ປະກອບສ່ວນເປີດບັນດາແງ່ຫວັງຮ່ວມມືໃໝ່ໃນການພົວພັນ 2 ຝ່າຍລະຫວ່າງ ຫວຽດນາມ ກັບ ໂປໂລຍ. ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ສະເໜີໃຫ້ 2 ຝ່າຍຍູ້ແຮງການເຄື່ອນໄຫວພົວພັນແລກປ່ຽນບົດຮຽນ ແລະ ບຳລຸງສ້າງນັກຊ່ຽວຊານໃນທຸກໆຂົງເຂດ, ກໍ່ຄືສ້າງຕັ້ງການພົວພັນໂດຍກົງລະຫວ່າງ ວິສາຫະກິດ ແລະ ທ້ອງຖິ່ນຕ່າງໆຂອງ 2 ປະເທດ. ເມື່ອເຕື້ອງເຖິງການພົວພັນລະຫວ່າງ 2 ສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ຫວັງວ່າ ສະພາແຫ່ງຊາດ 2 ປະເທດເພີ່ມທະວີການຮ່ວມມື, ແລກປ່ຽນຄະນະຜູ້ແທນທຸກຂັ້ນລະຫວ່າງບັນດາອົງການວິຊາສະເພາະຂອງສະພາແຫ່ງຊາດ ໂດຍສະເພາະແມ່ນກຸ່ມສະມາຊິກສະພາແຫ່ງຊາດມິດຕະພາບ, ເພີ່ມທະວີການຮ່ວມມືຢູ່ບັນດາເວທີປາໄສລັດຖະສະພາຫຼາຍຝ່າຍ ຄື ສະຫະພັນລັດຖະສະພາໂລກ (ຫຼື IPU).
ທ່ານນາງ Ewa Kopacz, ປະທານສະພາຕຳ່ ໂປໂລຍ ໄດ້ເຫັນດີເປັນເອກະພາບກັບບັນດາຂໍ້ສະເໜີຂອງທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ໃນການສືບຕໍ່ຊຸກຍູ້ບັນດາລາຍການ, ໂຄງການຮ່ວມມືລະຫວ່າງ ລັດຖະບານ 2 ປະເທດ. ພາຍຫຼັງການເຈລະຈາ, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ໄດ້ວາງພວງມາລາອາໄລຫາບັນດາສະມາຊິກສາພະແຫ່ງຊາດໂປໂລຍ ທີ່ໄດ້ເສຍສະຫຼະຊີວິດໃນສົງຄາມໂລກຄັ້ງທີ 2 ແລະ ໃນອຸປະຕິເຫດເຮືອບິນ ຢູ່ Smolensk, ໃນບໍລິເວນສຳນັກງານສະພາຕຳ່ ໂປໂລຍ.
ກ່ອນທີ່ເດີນທາງອອກຈາກນະຄອນຫຼວງ Berlin, ໄປຢ້ຽມຢາມ ໂປໂລຍ, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ໄດ້ເຈລະຈາກັບທ່ານປະທານ ແລະ ສະພາສະຫະພັນ ເຢຍລະມັນ Vin Phrit Ksetsman. ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ຢັ້ງຢືນວ່າ: ຫວຽດນາມ ຖືການເພີ່ມທະວີ ແລະ ໃຫ້ບຸລິມະສິດແກ່ການພັດທະນາການພົວພັນຮ່ວມມືກັບ ສາທາລະນະລັດສະຫະພັນ ເຢຍລະມັນ ເປັນສຳຄັນ, ພ້ອມແລ້ວທີ່ຈະເປັນຂົວເຊື່ອມຕໍ່ເພື່ອໃຫ້ສະຫະພາບ ເອີລົບ ແລະ ເຢຍລະມັນ ເພີ່ມທະວີການພົວພັນກັບ ອາຊຽນ. ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ສະເໜີໃຫ້ສະພາສະຫະພັນ ເຢຍລະມັນ ຊຸກຍູ້ລັດຖະບານ ເຢຍລະມັນ ສະໜັບສະໜູນສະຫະພາບ ເອີລົບ ຮັບຮູ້ກົດລະບຽບເສດຖະກິດການຕະຫຼາດຄົບຖ້ວນຂອງ ຫວຽດນາມ, ຊຸກຍູ້ສະຫະພາບ ເອີລົບ ໃຫ້ສັດຕະຍາບັນສັນຍາຮ່ວມມື ແລະ ຄູ່ຮ່ວມມື ໂດຍໄວ, ໜູນຊ່ວຍ ຫວຽດນາມ ໃນການເຈລະຈາສັນຍາການຄ້າ ເສລີ ຫວຽດນາມ - ອີຢູ.