ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກີມເງິນ
ຕ້ອນຮັບທ່ານ Pereric Hogberg ເອກອັກຄະລັດຖະທູດ ຊູແອັດ
(vovworld) - ຕອນເຊົ້າວັນທີ 17/02 ຢູ່ຫໍສະພາແຫ່ງຊາດ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກີມເງິນ ຕ້ອນຮັບທ່ານ Pereric Hogberg ເອກອັກຄະລັດຖະທູດ ຊູແອັດ ເຂົ້າຢ້ຽມຂ່ຳນັບຕາມພິທີການທູດ. ທີ່ການຕ້ອນຮັບ, ທ່ານນາງປະທານສະພາແຫ່ງຊາດ ຕີລາຄາສູງ ຊູແອັດ ແມ່ນຄູ່ຮ່ວມມືການຄ້າສຳຄັນຂອງ ຫວຽດນາມ ຢູ່ ເອີລົບ ແລະ ເຂດເອີລົບຕາເວັນຕົກສ່ຽງເໜືອ; ຊົມເຊີຍລັດຖະບານ ຊູແອັດ ມີບັນດາການເຄື່ອນໄຫວສົ່ງເສີມ, ໜູນຊ່ວຍບັນດາວິສາຫະກິດ ຊູແອັດ ມາລົງທຶນ, ດຳເນີນທຸລະກິດຢູ່ ຫວຽດນາມ. ທ່ານນາງປະທານສະພາແຫ່ງຊາດສະແດງຄວາມປາດຖະໜາວ່າ ຊູແອັດ ສືບຕໍ່ໜູນຊ່ວຍ ຫວຽດນາມ ປະຕິບັດບັນດາເປົ້າໝາຍສະຫັດສະວັດ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຄວາມສະເໝີພາບລະຫວ່າງ ຍິງ - ຊາຍ; ຄຽງຂ້າງນັ້ນ ເພີ່ມທະວີການຮ່ວມມືເສດຖະກິດ, 2 ຝ່າຍຄວນເປີດກ້ວາງການຮ່ວມມືກ່ຽວກັບການສຶກສາ - ບຳລຸງສ້າງ, ວິທະຍາສາດ - ເຕັກໂນໂລຢີ, ສາທາລະນະສຸກ. ສ່ວນທ່ານ Pereric Hogberg ເອກອັກຄະລັດຖະທູດ ຊູແອັດ ກໍ່ເຫັນດີເປັນເອກະພາບຕໍ່ຄຳສະເໜີຂອງທ່ານນາງປະທານສະພາແຫ່ງຊາດກ່ຽວກັບເລື່ອງຊຸກຍູ້ສະຫະພາບ ເອີລົບ (ອີຢູ) ເຊັນທາງການ ແລະ ໃຫ້ສັດຕະຍາບັນສັນຍາການຄ້າເສລີລະຫວ່າງ ຫວຽດນາມ - ອີຢູ (EVFTA) ໃນປີ 2017 ໂດຍໄວ ແລະ ຮັບຮອງເອົາກົດລະບຽບເສດຖະກິດການຕະຫລາດສຳລັບ ຫວຽດນາມ, ຜ່ານນັ້ນ ເປີດກ້ວາງການພົວພັນເສດຖະກິດລະຫວ່າງ ຫວຽດນາມ ກັບ ອີຢູ ເວົ້າລວມ ແລະ ກັບ ຊູແອັດ ເວົ້າສະເພາະ.
ແລະກໍ່ໃນວັນດຽວກັນ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ຕ້ອນຮັບທ່ານ Ory Csaba ເອກອັກຄະລັດຖະທູດ ຮຸງກາຣີ ເຂົ້າຢ້ຽມຂ່ຳນັບຕາມພິທີການທູດ. ນະທີ່ນີ້ ທ່ານນາງປະທານສະພາແຫ່ງຊາດເນັ້ນໜັກເຖິງເລື່ອງ ຫວຽດນາມ ແລະ ຮຸງກາຣີ ມີການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຫລາຍດ້ານອັນດີງາມ. ສ່ວນທ່ານ Ory Csaba ເອກອັກຄະລັດຖະທູດ ຮຸງກາຣີ ໃຫ້ຮູ້ວ່າ ຫວຽດນາມ ແມ່ນຄູ່ຮ່ວມມືທີ່ເປັນມູນເຊື້ອຍຸດທະສາດຢູ່ພາກພື້ນ, ເປັນປະຕູ, ຂົວຕໍ່ຊຸກຍູ້ການພົວພັນແລກປ່ຽນຮ່ວມມືລະຫວ່າງ ຮຸງກາຣີ ແລະ ພາກພື້ນ ອາຊຽນ ຂະຫຍັນຂັນເຄື່ອນ.